ສື່ມວນຊົນບໍລິຄຳໄຊ ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ

ເພື່ອເຮັດໃຫ້ວຽກງານສື່ມວນຊົນ ເປັນກະບອກສຽງອັນແຫຼມຂອງພັກ – ລັດ ໃນແຕ່ລະໄລຍະ ແຂວງບໍລິຄຳໄຊໄດ້ເອົາໃຈໃສ່ປັບປຸງ, ແກ້ໄຂ ແລະ ຍົກລະດັບວຽກງານດັ່ງກ່າວ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ແລະ ສະພາບຕົວຈິງ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ ໃຫ້ເຂົ້າເຖິງເປົ້າໝາຍຢ່າງກວ້າງຂວາງ ໃນທຸກສະຖານທີ່ ແລະ ທຸກເວລາ ທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 16 ສິງຫາ 2022.

ພາຍຫຼັງໄດ້ສ້າງຕັ້ງແຂວງບໍລິຄຳໄຊ ໃນວັນທີ 6 ມີນາ 1984 ລະບົບໂທລະໂຄ່ງ ໃນເທດສະບານເມືອງປາກຊັນ ກໍ່ໄດ້ການຕິດຕັ້ງຂຶ້ນ ໂດຍມີການສືບທອດ, ປັບປຸງ ແລະ ເສີມຂະຫຍາຍຕໍ່ຈາກລະບົບ ທີ່ມີມາກ່ອນແລ້ວໃຫ້ດີຂຶ້ນ ໂດຍໄດ້ມີການຖ່າຍທອດຈາກວິທະຍຸກະຈາຍສຽງແຫ່ງຊາດ, ປີ 1986 – 1990 ໄດ້ຕິດຕັ້ງລະບົບໂທລະໂຄ່ງ ຈໍານວນ 15 ປາກ ຢູ່ເຂດເທດສະບານຫຼັກຊາວ ເມືອງຄໍາເກີດ ພ້ອມທັງສ້າງຕັ້ງສະຖານີວິທະຍຸເອັບເອັມ 98,8 MHz ມີກໍາລັງສົ່ງ 100 W ແຫ່ງທໍາອິດຂອງແຂວງ, ປີ 2000 ຄະນະພັກຄະນະປົກຄອງແຂວງ ໄດ້ເຫັນຄວາມໝາຍຄວາມສໍາຄັນ ຂອງວຽກງານຖະແຫຼງຂ່າວ – ສື່ມວນຊົນ ຈຶ່ງໄດ້ໃຊ້ທຶນຮອນຈໍານວນໜຶ່ງຂອງແຂວງ ສ້າງຕັ້ງສະຖານີວິທະຍຸເອັບເອັມ 101,3 MHz ກໍາລັງສົ່ງ 5 KW ແລະ ສະຖານີໂທລະພາບຊ່ອງ 8 ກໍາລັງສົ່ງ 2 KW ຂຶ້ນ, ປີ 2007 ໄດ້ສ້າງຕັ້ງໜັງສືພິມບໍລິຄໍາໄຊລາຍສັບປະດາ, ປີ 2014 ກໍ່ໄດ້ສ້າງຕັ້ງເວບໄຊ – ສໍາເນົາຟີມບໍລິຄໍາໄຊ ແລະ ໄດ້ມີການເຄື່ອນໄຫວ ເປັນປົກກະຕິຕໍ່ເນື່ອງມາເຖິງປັດຈຸບັນ ແລະ ພາຫະນະສື່ມວນຊົນຂັ້ນຮາກຖານບ້ານ ທີ່ຂາດບໍ່ໄດ້ແມ່ນໂທລະໂຄ່ງ ຊຶ່ງໄດ້ນໍາໃຊ້ເກືອບ 100% ຂອງຈໍານວນບ້ານໃນທົ່ວແຂວງ.

ປັດຈຸບັນ ທົ່ວແຂວງມີສະຖານີວິທະຍຸ – ໂທລະພາບຂອງແຂວງ 1 ແຫ່ງ, ສະຖານີວິທະຍຸຊຸມຊົນຂອງເມືອງ 4 ແຫ່ງ, ມີລະບົບໂທລະໂຄ່ງຂັ້ນບ້ານ 278 ບ້ານ, ສຳລັບວຽກງານພົ້ນເດັ່ນໃນ 1 ປີຜ່ານມາ ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍແຂວງ ໄດ້ເປັນກະບອກສຽງອັນແຫຼມຄົນ ໃນການໂຄສະນາແນວທາງນະໂຍບາຍຂອງພັກ, ຄໍາສັ່ງ ແລະ ນິຕິກຳຕ່າງໆ ຢ່າງແຂງແຮງ, ຖ່າຍຖອດ ແລະ ນໍາສະເໜີອອກຂ່າວ ກອງປະຊຸມສະໄໝເທື່ອທີ 2 – 3 ຂອງສະພາປະຊາຊົນແຂວງຊຸດທີ II, ນໍາສະເໜີຂໍ້ມູນຂ່າວສານຢ່າງຖືກຕ້ອງ ກ່ຽວກັບວຽກງານປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ສຸມໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ, ປີສາມັກຄີມິດຕະພາບລາວ – ຫວຽດນາມ, ຫວຽດນາມ – ລາວ ປີ 2022, ໜັງສືພີມບໍລິຄຳໄຊ ໄດ້ສົ່ງຂ່າວໃຫ້ໜັງສືພີມສູນກາງ ໄດ້ 613 ຂ່າວ, ຈັດພີມໜັງສືພີມ 19.200 ສະບັບ, ອອກຂ່າວທາງເວບໄຊໄດ້ 1.188 ຂ່າວ, ວິທະຍຸ 2.404 ຂ່າວ, ໂທລະພາບ 2.060 ຂ່າວ, ລາຍງານຂ່າວສົ່ງໃຫ້ສື່ຕ່າງໆຂອງສູນກາງ ໄດ້ 2.311 ຂ່າວ ແລະ ຂ່າວໂທລະພາບ ທີ່ສົ່ງໃຫ້ສູນກາງ ຈັດຢູ່ໃນອັນດັບທີ 2 ຂອງປະເທດ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ໃນການເຜີຍແຜ່ແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ມູນຂ່າວສານ – ສາລະໜ້າຮູ້, ການບັນເທີງ ແລະ ອື່ນໆ ສື່ມວນຊົນ ແລະ ການພິມຈໍາຫນ່າຍຂອງແຂວງ ໄດ້ສຸມໃສ່ນໍາໃຊ້ເຄືອຂ່າຍອິນເຕີເນັດ, ໄດ້ສ້າງເປັນເຟດບຸກເພກຂອງວິທະຍຸ, ໂທລະພາບ, ໜັງສືພິມ ແລະ ເວບໄຊ ໃນການໂພດຂໍ້ຄວາມ, ບົດຂ່າວ – ຮູບພາບ ແລະ ມີທັງຖ່າຍທອດສົດລາຍການວິທະຍຸ ເພື່ອເຮັດໃຫ້ສາມາດເຜີຍແຜ່ນໍາເອົາຂໍ້ມູນຂ່າວສານ ເຂົ້າເຖິງເປົ້າໝາຍຢ່າງກວ້າງຂວາງ, ທຸກສະຖານທີ່ ແລະ ທຸກເວລາ ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າໄດ້ຮັບການຕອບຮັບຈາກສັງຄົມເປັນຢ່າງດີ.

About admins14