ສື່ມວນຊົນທົ່ວປະເທດ ທົບທວນຄືນວຽກງານສົ່ງເສີມສິດທິເດັກ, ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ – 19

ກອງປະຊຸມສື່ມວນຊົນທົ່ວປະເທດ ກ່ຽວກັບການທົບທວນຄືນວຽກງານສົ່ງເສີມສິດທິເດັກ, ການມີສ່ວນຮ່ວມຂອງຊຸມຊົນ ໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ – 19 ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງຫລວງພະບາງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຄະນະນຳ ແລະ ວິທະຍາກອນຈາກກະຊວງສາທາລະນະສຸກ, ຄະນະນຳພະແນກ ຖວທ ແຂວງຫລວງພະບາງ ແລະ ສະມາຊິກແອັດມິນມີເດຍລາວ ທົ່ວປະເທດ ເຂົ້າຮ່ວມ.

ໃນກອງປະຊຸມ ຈະໄດ້ທົບທວນຄືນວຽກງານສື່ສານມວນຊົນ ທີ່ຕິດພັນກັບການສົ່ງເສີມສິດທິເດັກ ແລະ ການມີສ່ວນຮ່ວມຂອງຊຸມຊົນ ໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ – 19 ຢູ່ນະຄອນຫລວງພະບາງ, ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ, ໂດຍຈະໄດ້ສະຫລຸບສັງລວມຄືນ ແລະ ແລກປ່ຽນບົດຮຽນກ່ຽວກັບເງື່ອນໄຂບັນດາພື້ນທີ່ສີຂຽວ ທີ່ສາມາດເປີດຮັບການທ່ອງທ່ຽວໄດ້.

ພ້ອມນີ້ ຍັງຈະໄດ້ທົບທວນຄືນບັນດາສິ່ງທ້າທາຍ ແລະ ສີ່ງກີດຂວາງ ຕໍ່ການສື່ສານປ່ຽນແປງພຶດຕິກຳທາງສັງຄົມ ກ່ຽວກັບຂໍ້ມຸນຂ່າວສານໂຄວິດ – 19, ຂະບວນການສັກວັກຊີນ, ຜູ້ເຂົ້າຮ່ວມ ຍັງຈະໄດ້ລົງເກັບກຳຂໍ້ມຸນຕົວຈິງ ການມີສ່ວນຮ່ວມຂອງຊຸມຊົນ ແລະ ມາດຕະການປ້ອງກັນຕ່າງໆ ໃນເຂດພື້ນທີ່ສີຂຽວ.

ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜຸນຈາກອົງການສະຫະປະຊາຊາດ ວ່າດ້ວຍສິດທິເດັກ ປະຈຳ ສປປ ລາວ ເຊິ່ງຈະດຳເນີນຮອດ ວັນທີ 26 ສິງຫາ 2022 ຈຶ່ງຈະສຳເລັດ.

About admins16