ສຶກສາ ຝຶກອົບຮົມເຄື່ອງມືສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງຊຸມຊົນ

ໃນຕອນເຊົ້າຂອງວັນທີ 25 ສິງຫາ 2021 ຢູ່ຫ້ອງປະຊຸມສູນການສຶກສານອກໂຮງຮຽນແຂວງບໍລິຄໍາໄຊ ໄດ້ຈັດຝຶກອົບຮົມເຄື່ອງມືໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ການສຶກສານອກໂຮງຮຽນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໂພເພັດ ກຸນນາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄໍາໄຊ , ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ບໍລິຫານໂຄງການ DVV ການຮ່ວມມືລາວເຢຍລະມັນ, ມີວິຊາການຈາກກົມການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະ ກິລາ, ຮອງຫົວໜ້າຂະແໜງ ແລະ ວິຊາການຂະແໜງການສຶກສານອກໂຮງຮຽນພະແນກສຶກສາທິການ ແລະ ກິລາແຂວງ, ສູນຮຽນຮູ້ຊຸມຊົນບົວແວງຄໍາ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ເບຄໍາ ສະເຫຼີມສຸກ ຜູ້ບໍລິຫານໂຄງການ DVV ການຮ່ວມມືລາວເຢຍລະມັນ ກ່າວວ່າ: ການຝຶກອົບຮົມນີ້ ແມ່ນເພື່ອເປັນການນໍໍາສະເໜີແນວຄວາມຄິດຂອງໂຄງການ, ສົນທະນາແນວທາງ ການສ້າງໂຄງການທີ່ແທດເໝາະກັບສະພາບຕົວຈິງຂອງຊຸມຊົນ, ປະຕິບັດ 3 ແນວທາງໃຫ້ເປັນຮູບປະທໍາ, ໂຄງການ ຈະເນັ້ນໃສ່ການມີສ່ວນຮ່ວມຂອງຊຸມຊົນ ແລະ ມີແຜນທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນເຂດຊົນນະບົດ ໂດຍໃຫ້ພາກລັດເປັນເຈົ້າການໃນການປະຕິບັດໂຄງການ. ກອງປະຊຸມຈະໄດ້ດໍາເນີນໄປ ຮອດວັນທີ 27 ສິງຫາ 2021 ຈຶ່ງຈະສຳເລັດ.

About admins16