ສຶກສາແຂວງ ຈັດກິດຈະກໍາຊົມເຊີຍວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ

ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ຮ່ວມກັບ ຄູ-ອາຈານ ໂຮງຮຽນ ມສ ສີທ່ານາໄຊ ໄດ້ຈັດການແຂ່ງຂັນເຕະບານ ເພື່ອຊົມເຊີຍວັນສ້າງຕັ້ງກໍາມະບານລາວຄົບຮອບ 67 ປີ (1 ກຸມພາ 1956–1ກຸມພາ 2023) ໃນຕອນແລງວັນທີ 9 ກຸມພາ2023 ທີ່ເດີ່ນບານເຕະ ຂອງໂຮງຮຽນ ມສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ, ມີຄະນະກຳມະບານຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ສະມາຊິກກໍາມະບານທີ່ເປັນນັກກິລາທັງສອງພາກສ່ວນ ເຂົ້າຮ່ວມ.

ການແຂ່ງຂັນກິລາເຕະບານມິດຕະພາບລະຫວ່າງສອງທີມໃນຄັ້ງນີ້ ນອກຈາກເປັນການສ້າງຂະບວນການຊົມເຊີຍວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956 – 1 ກຸມພາ 2023) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນແລ້ວ ຍັງເປັນການສ້າງໂອກາດໃຫ້ກັບນັກກິລາທັງສອງພາກສ່ວນໄດ້ອອກກຳລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຜູກສຳພັນທະໄມຕີ ໃຫ້ມີຄວາມສະໜິດແໜ້ນຂຶ້ນຕື່ມ.

ຜ່ານການແຂ່ງຂັນ ຜົນປະກົດວ່າ ເປັນຝ່າຍທີມພະແນກສຶກສາທິການ ແລະ ກິລາແຂວງ ສາມາດເອົາຊະນະທີມ ໂຮງຮງຽນ ມສ ສີທ່ານາໄຊ ດ້ວຍ 5 – 3 ປະຕູ, ຊຶ່ງໃນໄລຍະການແຂ່ງຂັນແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີໄມຕີຈິດມິດຕະພາບ ແລະ ນັກກິລາທັງສອງຝ່າຍຫຼິ້ນກັນດ້ວຍນ້ຳໃຈ, ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສົມກັບວ່າການແຂ່ງຂັນກິລາເພື່ອນມິດຕະພາບຢ່າງແທ້ຈິງ.

About admins16