ສຶກສາແຂວງບໍລິຄໍາໄຊ ສຳເລັດການຝຶກອົບຮົມ ເຜີຍແຜ່ກິລາມວນຊົນຄົນພິການ ໂດຍຜ່ານວິດີໂອທາງໄກ

ໃນວັນທີ 15 ມີນາ 2022 ໄດ້ຈັດພິທີປິດ ການຝຶກອົບຮົມການເຜີຍແຜ່ກິລາມວນຊົນຄົນພິການ ໂດຍຜ່ານວິດີໂອທາງໄກ  ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14 – 15 ມີນາ 2022 ຢູ່ສະໂມສອນໂຮງຮຽນ ມສ ສີທານາໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ, ມີທ່ານສີທາດ ຈັນທະບູລີ ຮອງປະທານເລຂາທິການຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ທ່ານ ນາງ ໂທມິໂກະມາເອຈິມະ ປະທານອົງການຄົນພິການອາຊີເພື່ອການພັດທະນາ (ADDP) ແລະ ທ່ານ ມິດສຸຣຸໂອກິໂຊະ ຊ່ຽວຊານກິລາຄົນພິການຢີ່ປຸ່ນ, ທ່ານ ທອງສະຫວັດ ວົງສະຫວ່າງ ຫົວໜ້າກໍາມະການຝ່າຍເຕັກນິກກິລາ (NPC) ຫົວໜ້າພະແນກແນກກິລາຄົນພິການກົມກິລາມວນຊົນ, ມີຝ່າຍເຕັກນິກກິລາ, ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ພະລະ ແລະ ສິລະປະສຶກສາກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍນັກກິລາ ເຂົ້າຮ່ວມ.

ການເຜີຍແຜ່ກິລາມວນຊົນຄົນພິການ ໂດຍຜ່ານວິດີໂອທາງໄກ ເຊິ່ງມີຄະນະຮັບຜິດຊອບ, ຄູຝຶກ ແລະ ຜູ້ຊ່ວຍວຽກທັງໝົດ 39 ຄົນ, ມີຄູຝຶກຈໍານວນ 6 ທ່ານ, ຍິງ 2 ທ່ານ ແລະ ນັກສໍາມະນາກອນທີ່ຈາກເທດສະບານເມືອງປາກຊັນທີ່ເປັນຄົນພິການມີ 13 ຄົນ, ຍິງ 2 ຄົນ ແລະ ສໍາມະນາກອນທີ່ບໍ່ແມ່ນຄົນພິການ ມີ 17 ຄົນ, 6 ຍິງ.

ໃນໄລຍະການຈັດຕັ້ງປະຕິບັດຕະຫຼອດ 2 ວັນທີ່ຜ່ານມາ ສາມາດຈັດຕັ້ງປະຕິບັດ ແລະ ສຳເລັດໃນການເຜີຍແຜ່ກິລາຄົນພິການຕ່າງໆໃຫ້ກັບຄູຝຶກ ແລະ ນັກສໍາມະນາກອນດ້ວຍຫຼາຍຮູບແບບ ເປັນຕົ້ນແມ່ນທາງທິດສະດີ ແລະ ລົງປະຕິບັດຕົວຈິງ ມີ: ກິລາຈານບິນ, ກິລາທັກຄິວບາເລ່ ແລະ ກິລາບອດເຊຍ.

ໄດ້ເຜີຍແຜ່ເອກະສານ ທີ່ເປັນຂໍ້ມູນພື້ນຖານ ໃຫ້ແກ່ການຝຶກແອບ ແລະ ຕັດສິນກິລາຂອງຄົນພິການປະເພດຕ່າງໆ ໃຫ້ກັບຄູຝຶກໄດ້ຮັບຮູ້ເຂົ້າໃຈ, ໄດ້ຈັດກິດຈະກຳມວນຊົນຄົນພິການຂຶ້ນ ເພື່ອໃຫ້ຄົນພິການ ແລະ ຄົນບໍ່ພິການໄດ້ຫຼິ້ນຮ່ວມກັນເປັນທີມ ພ້ອມທັງເປັນການສົ່ງເສີມໃຫ້ນັກກິລາຄົນພິການ ໄດ້ມີໂອກາດໃນການເຮັດກິດຈະກຳຮ່ວມກັບໝູ່ເພື່ອນໃນສັງຄົມ.

ຍ້ອນໄດ້ຮັບການຊີ້ນຳ – ນຳພາຈາກຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ ແລະ ຜູ້ຊ່ຽວຊານຄົນພິການຈາກປະເທດຢີປຸ່ນ, ໄດ້ຮັບຄວາມຮ່ວມມືຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງແຂວງ ແລະ ນັກສຳມະນາກອນລວມທັງນັກກິລາຄົນພິການ ຈຶ່ງເຮັດໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໂອກາດນີ້ ທ່ານ ຄໍາເພັດ ໄຊປັນຍາ ໄດ້ເນັ້ນໜັກໃຫ້ສຳມະນາກອນ ແລະ ນັກກິລາທີ່ເຂົ້າຮ່ວມທັງໝົດ ຈົ່ງພ້ອມກັນເອົາໃຈໃສ່ຝຶກຊ້ອມຫັດແອບກິລາຊະນິດຕ່າງໆ ທີ່ໄດ້ຮຽນມາໃຫ້ກາຍເປັນທັກສະລື້ງເຄີຍ, ໃຫ້ຝຶກແອບຢ່າງສະໝ່ຳສະເໝີ.

ໃນຕອນທ້າຍພິທີ ໄດ້ມອບໃບຢັ້ງຢືນໃຫ້ກັບຄູຝຶກຈໍານວນ 6 ທ່ານ ຍິງ 2 ທ່ານ ເພື່ອເປັນການຢັ້ງຢືນວ່າໄດ້ຜ່ານການຝຶກອົບຮົມສຳເລັດແລ້ວ ຈຸດປະສົງ ເພື່ອນຳເອົາບົດຮຽນທີ່ໄດ້ຈາກການຝຶກອົບຮົມໃນຄັ້ງນີ້ ນຳໄປຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ສ້າງໄດ້ນັກກິລາຄົນພິການທີ່ມີຄວາມຮູ້ຄວາມສາມາດ ແລະ ມີພອນສະຫວັນດີເດັ່ນ ກຽມເປັນຕົວແທນຂອງເມືອງ, ຂອງແຂວງ ແລະ ຂອງຊາດ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດໃນອະນາຄົດຂ້າງໜ້າ.

About admins16