ສຶກສາແຂວງບໍລິຄໍາໄຊ ມອບລົດຈັກ ໃຫ້ 7 ຫ້ອງການສຶກສາເມືອງ

ໃນງວັນທີ 24 ກຸມພາ 2023 ທີ່ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບລົດຈັກໃຫ້ຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ, ເປັນກຽດມອບໂດຍທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຮັບໂດຍຕາງໜ້າແຕ່ລະຫ້ອງການສຶກສາທິການ ແລະ ກິລາເມືອງ 7 ຕົວເມືອງ ໂດຍມີຄະນະພະແນກ, ຫົວໜ້າຂະແໜງ ແລະ ພະນັກວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ລົດຈັກທີ່ນໍາມາມອບໃຫ້ຄັ້ງນີ້ ແມ່ນລົດຈັກຮອນດ່າ ເວບ 100s ຈໍານວນ 7 ຄັນ ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ 07 ຕົວເມືອງທົ່ວແຂວງ, ໂດຍແມ່ນໂຄງການ ກອງທຶນຮ່ວມມືສາກົນ ເພື່ອການສຶກສາໄລຍະສາມ “ໂຄງການ ການຮຽນຮູ້ ແລະ ຄວາມເທົ່າທຽມ” (GPEIII : LEAP) ເປັນຜູ້ສະໜອງໃຫ້.

ຈຸດປະສົງຂອງໂຄງການທີ່ສະໜອງລົດຈັກໃຫ້ເມືອງໃນຄັ້ງນີ້ ກໍ່ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ແລະ ວຽກທາງການ ໂດຍສະເພາະແມ່ນວຽກງານການຕິດຕາມຊຸກຍູ້, ສົ່ງເສີມ ແລະ ຊ່ວຍເຫຼືອການສິດສອນຂອງຄູໃນຫ້ອງຮຽນ ( ວຽກງານສຶກສານິເທດ ) ແລະ ເພື່ອໃຫ້ຜົນການຮຽນຂອງນັກຮຽນຊັ້ນປະຖົມສຶກສາໄດ້ຮັບຜົນດີຂຶ້ນ.

About admins14