ສຶກສາເມືອງວຽງທອງ ເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ

     ຕອນເຊົ້າຂອງວັນທີ 4 ກຸມພາ 2022 ຫ້ອງການສຶກສາ – ກິລາ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຢູ່ສະໂມສອນໂຮງຮຽນປະຖົມສົມບູນບ້ານຫ້ວຍຫອຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ຂອງທ່ານ ຄໍາເພັດ ໄຊປັນຍາ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ປອ ດາວເຮືອງ ກອງສົມບັດ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາແຂວງ, ມີບັນດາຄະນະພັກຫ້ອງການສຶກສາທິການ ແລະ ກິລາເມືອງ, ພະນັກງານຫ້ອງການສຶກສາ, ຜູ້ອໍານວຍການໂຮງຮຽນ ແລະ ຄູ – ອາຈານ ເຂົ້າຮ່ວມ.

     ຈຸດປະສົງໃນການເຊື່ອມຊືມຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຂະແໜງສຶກສາ ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດ ທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງບໍລິຄໍາໄຊ ຄັ້ງທີ V ໄລຍະຜ່ານມາ, ຮູ້ຜົນການເລືອກຕັ້ງອົງຄະນະພັກຮາກຖານພະແນກສຶກສາແຂວງຄັ້ງທີ VI ແລະ ເຂົ້າໃຈຢ່າງເລິກເຊີ່ງຕໍ່ທິດທາງແຜນການໃນໄລຍະປີ 2021-2025.

 

About admin11