ສິດເກົ່າບ້ານປ່າໄລ່ ມອບເຄື່ອງອຸປະກອນກໍ່ສ້າງ ໃຫ້ການຈັດຕັ້ງບ້ານ

ໃນວັນທີ 22 ມັງກອນ 2023 ຢູ່ຫ້ອງການບ້ານປ່າໄລ ເມືອງທ່າພະບາດ ແຂວງບໍລິຄຳໄຊ ກຸ່ມສິດເກົ່າບ້ານປ່າໄລ່ ໄດ້ນໍາເອົາອຸປະກອນກໍ່ສ້າງ ມາມອບໃຫ້ແກ່ອຳນາດການປົກຄອງບ້ານປ່າໄລ່, ກ່າວຮັບໂດຍ ທ່ານ ວຽງສະຫວັນ ບານທະວົງ ນາຍບ້ານປ່າໄລ່ ໂດຍມີຄະນະບ້ານ ແລະ ກຸ່ມສິດເກົ່າບ້ານປ່າໄລ່ ເຂົ້າຮ່ວມເປັນສັກຂີພິຍານ.

ເຄື່ອງທີ່ນຳມາມອບ ປະກອບມີ: ເສົາ + ດອກໄຟໂຊລາເຊວ ຈຳນວນ 12 ຊຸດ, ຫີນ, ຊາຍ ແລະ ຊີມັງຈຳນວນໜຶ່ງ ລວມເປັນເງິນມູນຄ່າ 10.000.000 ກີບ.

ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍ່ຄືການພັດທະນາ ບ້ານປ່າໄລ່ ແລະ ດ້ວຍຄວາມຮູ້ບຸນຄຸນຂອງກຸ່ມສິດເກົ່າບ້ານປ່າໄລ່ ຫຼື ກຸ່ມຄົນບ້ານດຽວກັນ ຈຶ່ງໄດ້ມີການລະດົມທຶນຮອນ ນຳຜູ້ທີ່ມີນ້ຳໃຈອາສາສະໝັກ ຊ່ວຍປະກອບສ່ວນ ເພື່ອໄປຊື້ເຄື່ອງອຸປະກອນໃນຄັ້ງນີ້.

About admins14