ສຳເລັດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ

ພິທີເປີດຊຸດຝຶກອົບຮົມການວາງແຜນທຸລະກິດ, ການວາງແຜນການເງິນ ແລະ ການບັນຊີເງິນສົດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ທັນວາ ແລະ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 11 ທັນວາ 2020 ຢູ່ຫ້ອງປະຊຸມໂຮງແຮມໂຊກບຸນມາ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ. ມີຄະນະກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ພະແນກ ອຄ ແຂວງ ແລະ ຜູ້ປະກອບການທຸລະກິດພາຍໃນແຂວງ ເຂົ້າຮ່ວມ.

ເພື່ອສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການກຽມຄວາມພ້ອມໃຫ້ຜູ້ປະກອບກິດຈະການ ທີ່ສົນໃຈກູ້ຍືມເງິນ ບ້ວງເງິນ 200 ຕື້ກີບ ຂອງລັດຖະບານ ທີ່ສະໜອງໃຫ້ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໂດຍປ່ອຍກູ້ ຜ່ານ 04 ທະນາຄານ ຄື: ທະນາຄານພັດທະນາລາວ, ທະນາຄານຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານຊາຄອມແບງລາວ ແລະ ທະນາຄານມາລຸຮານເຈແປນລາວ.

4 ທະນາຄານດັ່ງກ່າວ ເຮັດໜ້າທີ່ປ່ອຍເງິນກູ້ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ 4 ຂະແໜງການບູລິມະສິດ ຊຶ່ງປະກອບດ້ວຍ: ຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ຂະແໜງຫັດຖະກໍາ, ຂະແໜງກະສິກໍາປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທຽ່ວ ໃນອັດຕາດອກເບ້ຍ 3% ຕໍ່ປີ, ໄລຍະເວລາກູ້ຢືມບໍ່ເກີນ 10 ປີ ສໍາລັບທຶນຄົງທີ່ ແລະ ບໍ່ເກີນ 5 ປີ ສໍາລັບທຶນໝູນວຽນ ແລະ ຜູ້ທີ່ສາມາດກູ້ຍືມເງິນຈຳນວນດັ່ງກ່າວໄດ້ ຕ້ອງໄດ້ຜ່ານການຝຶກອົບຮົມ ຈາກຂະແໜງອຸດສາຫະກຳ ແລະ ການຄ້າ.

ຕອນທ້າຍຂອງພິທີ ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ຈຳນວນ 40 ທ່ານ ເປັນກຽດມອບໂດຍທ່ານ ສາ ສິລິພົງ ຮອງຫົວໜ້າກົມສົ່ງເສີມ SME ແລະ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ພັດປ່ຽນກັນຂຶ້ນມອບ.

About admins16