ສຳເລັດຊຸດຝຶກອົບຮົມ ການຫຼຸດຜ່ອນຄວາມສ່ຽງຈາກການນຳໃຊ້ຢາປາບສັດຕູພືດ

ພິທີເປີດຊຸດຝຶກອົບຮົມການນຳໃຊ້ຢາປາບສັດຕູພືດ ໄດ້ຈັດຂຶ້ນໃນວັນທີ 14 ທັນວາ ແລະ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 16 ທັນວາ 2020 ຢູ່ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເປັນປະທານຂອງທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ. ມີຄະນະສູນປ້ອງກັນພືດຈາກກົມປູກຝັງ, ຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫ້ອງການກະສິກຳເມືອງບໍລິຄັນ, ປາກຊັນ, ທ່າພະບາດ ແລະ ປາກກະດິງເຂົ້າຮ່ວມ.

ເພື່ອຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານຂັ້ນແຂວງ-ເມືອງ ກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກການນຳໃຊ້ຢາເຄມີປາບສັດຕູພືດເຂົ້າໃນການຜະລິດກະສິກຳ, ເພື່ອຊອກຫາທາງອອກໃນການປ້ອງກັນ, ຄວບຄຸມ ແລະ ກຳຈັດ ສັດຕູພືດທີ່ສຳຄັນ ແລະ ວິທີການນຳໃຊ້ຢາເຄມີປາບສັດຕູພືດ ແລະ ປອດໄພ ໂດຍສະເພາະນຳໃຊ້ເຄມີທີ່ມີພືດຮ້າຍແຮງ, ໃຊ້ໃນປະລິມານທີ່ຫຼາຍ, ໃຊ້ຫຼາຍຊະນິດປະສົມກັນສີດ, ໃຊ້ຫຼາຍຄັ້ງຕໍ່ລະດູການ ເຮັດໃຫ້ສັດຕູພືດດື້ຢາ ອັນເປັນສາເຫດເຮັດໃຫ້ດິນເສື່ອມຄຸນນະພາບ, ມີສານພືດຕົກຄ້າງໃນຜົນຜະລິດ, ສິ່ງແວດລ້ອມ ແລະ ເປັນອັນຕະລາຍຕໍ່ຜູ້ຜະລິດ ແລະ ບໍລິໂພກ.

ຊຸດອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ກ່ຽວກັບແນວຄວາມຄິດ ໃນການຫຼຸດຜ່ອນຄວາມສ່ຽງຈາກຢາເຄມີປາບສັດຕູພືດ, ການຈຳແນກຊະນິດຢາປາບສັດຕູພືດ, ຊອກຮູ້ຜົນກະທົບແບບກະທັນຫັນ ຈາກການເບື່ອເມົາຢາສານເຄມີປາບສັດຕູພືດ, ການຄົ້ນຫາປະລິມານຂອງຢາ ໃນຊຸມຊົນ, ຄວາມສ່ຽງທີ່ເກີດຈາກພືດຕໍ່ການນຳໃຊ້ຢາ ( ປະສົມ, ສີດ ແລະ ຫຼັງພົ່ນ ), ຄວາມສ່ຽງຈາການເກັບມ້ຽນ ແລະ ການຖິ້ມສານເຄມີ, ບົດບາດຍິງ-ຊາຍໃນການຈັດການຢາປາບສັດຕູພືດ, ອາການຊ້ຳເຮື້ອຈາກຢາເຄມີ ແລະ ການຊອກຫາທາງເລືອກໃນການປ່ຽນແທນສານເຄມີ.

ຕອນທ້າຍຂອງພິທີ ຍັງໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ ຈຳນວນ 26 ທ່ານ ເປັນກຽດມອບໂດຍທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.

About admins16