ສຳເລັດການສ້າງຄວາມເຂັ້ມແຂງ ວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ ໃຫ້ບັນດາແຂວງພາກກາງ ແລະ ພາກໃຕ້

ພິທີເປີດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ກໍລະກົດ ແລະ ໄດ້ສຳເລັດລົງໃນວັນທີ 03 ສິງຫາ 2022 ຢູ່ຫ້ອງປະຊຸມໂຮງແຮມສິນສະໄໝ ເມືອງສາລະວັນ ແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສະຖິດ ເພັດສິງເລືອງ ຫົວໜ້າກົມປະຊາສໍາພັນ ຫ້ອງວ່າການສຳນັກງານນາຍົກ ແລະ ທ່ານ ຈັນທະວອນ ດ້ວງປັນຍາ ຮອງຫົວໜ້າຫ້ອງວ່າການແຂວງສາລະວັນ, ມີທ່ານຫົວໜ້າກົມປະຊາສຳພັນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫ້ອງວ່າການແຂວງພາກກາງ ແລະ ພາກໃຕ້ເຂົ້າຮ່ວມ.

ຊຸດຝຶກອົບຮົມ ໄດ້ນຳເອົາບົດຮຽນ – ບົດແລກປ່ຽນ ມານຳສະເໜີ 6 ຫົວຂໍ້ ໂດຍມີຜູ້ເຂົ້າຮ່ວມທັງໝົດ 78 ທ່ານ, ຍິງ 18 ທ່ານ, ຜ່ານການຝຶກອົບຮົມຕົວຈິງ ເຫັນວ່າ: ການຝຶກອົບຮົມ ໄດ້ດຳເນີນດ້ວຍບັນຍາກາດຟົດຟື້ນ, ເປັນກັນເອງ, ມີການແລກປ່ຽນຄຳຄິດເຫັນ ກົງໄປກົງມາ, ເລິກເຊິ່ງ, ສ້າງສັນ, ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ພ້ອມກັນນັ້ນ ກໍ່ມີການເຄື່ອນໄຫວກິດຈະກຳຮ່ວມກັນຢ່າງເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ, ບົດຮຽນ ກໍ່ຄືຫົວຂໍ້ທີ່ໄດ້ນຳມາສະເໜີ ແມ່ນໄດ້ມີການກະກຽມມາເປັນຢ່າງດີ, ມີເນື້ອໃນ ມີການຄັດຈ້ອນເລືອກເຟັ້ນ ບັນດາຈຸດສຳຄັນ, ມີຄວາມສອດຄ່ອງກັບຄວາມຕ້ອງການ ຂອງວຽກງານໃນໄລຍະໃໝ່, ສຳຄັນ ແມ່ນໄດ້ມີຄວາມພະຍາຍາມ ນຳເອົາບົດຮຽນ ແລະ ປະສົບການຕົວຈິງ ມາແລກປ່ຽນ ເພື່ອໃຫ້ສຳມະນາກອນ ສາມາດເຂົ້າໃຈໄດ້ງ່າຍ ສາມາດສືບຕໍ່ນຳໄປຄົ້ນຄວ້າ ແລະ ປະຕິບັດໃນວຽກງານຕົວຈິງໄດ້.

ຄະນະຮັບຜິດຊອບຈັດຝຶກອົບຮົມ, ວິທະຍາກອນ ແລະ ສຳມະນາກອນ ມີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີເນື້ອໃນ, ສະພາບມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ສຳມະນາກອນ ໄດ້ມີຄວາມຕັ້ງໃຈຮັບຟັງ, ຄົ້ນຄວ້າ, ແລກປ່ຽນບົດຮຽນ ຢ່າງເຕັມສ່ວນ ເພື່ອຍາດແຍ່ງນຳໃຊ້ກາລະໂອກາດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນ ເຮັດໃຫ້ການຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ໄດ້ສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ ທີ່ກໍານົດໄວ້.

ຈາກຂໍ້ມູນບົດປະເມີນ ທີ່ສຳມະນາກອນສະໜອງໃຫ້ ແລະ ຕິດຕາມການຝຶກອົບຮົມຕົວຈິງ ເຫັນວ່າ ຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ຫົວຂໍ້ຕ່າງໆທີ່ນຳມາສະເໜີ ແມ່ນບັນລຸ 70% ຂຶ້ນໄປ ເຊິ່ງຖືວ່າ ສຳມະນາກອນທັງໝົດ ສາມາດປະຕິບັດຄົບເງື່ອນໄຂ ແລະ ໄດ້ຮັບໃບຢັ້ງຢືນການຝຶກອົບຮົມ. ເຄືອຂ່າຍປະສານງານ ໃນວຽກງານປະຊາສຳພັນ ແລະ ຫັນເປັນທັນສະໄໝ ເຊິ່ງໃນຕໍ່ໜ້າ ຈະໄດ້ສືບຕໍ່ຮັກສາ ແລະ ນຳໃຊ້ເຄືອຂ່າຍນີ້ ປະສານງານ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ.

ຕອນທ້າຍ ຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນທີ່ສຳເລັດການຝຶກອົບຮົມໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ສະຖິດ ເພັດສິງເລືອງ ຫົວໜ້າກົມປະຊາສໍາພັນ ຫ້ອງວ່າການສຳນັກງານນາຍົກ.

About admins16