ກະສິກຳແຂວງ ຍົກສູງຂີດຄວາມສາມາດລະບົບຄວບຄຸມຄຸນນະພາບພາຍໃນກະສິກໍາທີ່ດີ

ໃນລະຫວ່າງວັນທີ 17 – 19 ສິງຫາ 2020 ໄດ້ຈັດການຝຶກອົບຮົມ ກ່ຽວກັບລະບົບຄວບຄຸມຄຸນນະພາບ ພາຍໃນກະສິກໍາທີ່ດີ (ICS) ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເປັນປະທານຂອງທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ, ມີຄະນະກົມປູກຝັງ, ພະນັກງານພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ເມືອງ ເຂົ້າຮ່ວມ.

ການອົບຮົມນີ້ ແມ່ນເພື່ອສ້າງຄວາມສາມາດ ແລະ ຄວາມເຂັ້ມແຂງ ກ່ຽວກັບກະສິກຳສະອາດ ລະບົບການຄວບຄຸມຄຸນນະພາບພາຍໃນ ແລະ ເພື່ອສ້າງເປັນຄູຝຶກ ກ່ຽວກັບລະບົບຄວບຄຸມຄຸນນະພາບການຜະລິດພາຍໃນ ໃຫ້ແກ່ວິຊາການຂັ້ນແຂວງ ແລະ ເມືອງ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຮູ້ທັງພາກທິດສະດີ ກ່ຽວກັບລະບົບການຢັ້ງຢືນ, ລະບົບຂອງ ICS, ການຮັບສະມາຊິກໃໝ່, ການກວດກາຟາມພາຍໃນ, ຄຸນສົມບັດນັກກວດກາ, ແບບຟອມໃບສະໝັກ, ປະຫວັດຟາມ, ແບບຟອມແຜນວາດພື້ນທີ່ການຜະລິດ, ແຜນການຜະລິດ, ແບບຟອມກຳນົດການກວດກາ, ການຮັບຮອງລະບົບການຜະລິດ, ແບບຟອມສະໝັກຂໍການຢັ້ງຢືນ.

ໃນໄລຍະອົບຮົມ ຍັງໄດ້ລົງພາກປະຕິບັດຕົວຈິງ ການປະກອບແບບຟອມ ໃບສະໝັກ, ປະຫວັດຟາມ, ແຜນວາດພື້ນທີ່ການຜະລິດ, ແຕ້ມແຜນວາດ, ເຕັກນິກການກວດກາຟາມ, ລາຍງານຜົນການກວດກາຟາມ ການສະຫຼຸບຜົນການພິຈາລະນາຮັບຮອງສະມາຊິກ.

ຕອນທ້າຍຂອງຊຸດອົບຮົມ ໄດ້ມີການມອບໃບຢັ້ງຢືນ ໃຫ້ແກ່ສຳມະກອນອີກດ້ວຍ.

About admins16