ສຳເລັດການທາບທາມບຸກຄະລາກອນ ຮອບທີ II ຄະນະພັກຮາກຖານຫ້ອງວ່າການແຂວງ

ກອງປະຊຸມທາບທາມບຸກຄະລາກອນ ກະກຽມກອງປະຊຸມໃຫຍ່ ຄັ້ງທີ V ຄະນະພັກຮາກຖານຫ້ອງວ່າການແຂວງ ຮອບທີ II ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 6 ມັງກອນ ແລະ ໄດ້ສໍາເລັດລົງໃນວັນທີ 7 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຂົ້າຮວມໂດຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຈາກຄະນະຈັດຕັ້ງແຂວງ, ຄະນະພັກຮາກຖານ ແລະ ສະມາຊິກພັກພາຍໃນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ ທີ່ໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ບາງຈຸດອ່ອນຂໍຄົງຄ້າງ ໃນໄລຍະຜ່ານມາ, ພ້ອມນັ້ນຄະນະພັກ ແລະ ສະມາຊິກພັກ ໄດ້ປະກອບຄໍາຄິດເຫັນໃສ່ຮ່າງບົດລາຍງານດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນ.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການຜ່ານມາດຖານເງື່ອນໄຂຜູ້ທີ່ຈະຮັບສະໝັກເລືອກຕັ້ງ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ເປັນຕົ້ນແມ່ນ ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ ກົດໝາຍຂອງລັດຢ່າງເຂັ້ມງວດ, ມີຄວາມຮູ້ຄວາມສາມາດ, ມີແບບແຜນວິທີເຮັດວຽກຖືກຕ້ອງ, ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີສຸຂະພາບສົມບູນແຂງແຮງດີ, ມີຄວາມສາມາດນໍາພາ-ບັນຊາກົມກອງ ແລະ ມີຄຸນສົມບັດສິນທຳປະຕິວັດ.

ຜູ້ເຂົ້າຮ່ວມ ໄດ້ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ ແລະ ສະມາຊິກພັກທັງໝົດ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດທາບທາມເອົາຄະນະພັກຮາກຖານຫ້ອງວ່າການແຂວງ ຮອບທີ II ໂດຍມີຜູ້ຮັບສະໝັກ 11 ສະຫາຍ, ເລືອກເອົາ 9 ສະຫາຍ ເພື່ອກະກຽມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກຮາກຖານຫ້ອງວ່າການແຂວງ.

About admins14