ສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກອງບັນຊາການ ປກສ ແຂວງບໍລິຄຳໄຊ ຄັ້ງທີ III

ກອງປະຊຸມໃຫຍ່ຄັ້ງທີ III ​ອົງຄະ​ນະ​ພັກກອງ​ບັນຊາ​ການ ປກສ ​ແຂວງ​ບໍລິ​ຄຳ​ໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມີນາ ແລະ ໄດ້ສຳເລັດຢ່າງເປັນທາງການໃນວັນທີ 11 ມີນາ 2020 ຢູ່ສະໂມສອນໃຫຍ່ຂອງກອງບັນຊາການ ປກສ ແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ກົງຈັນ ໄຊປັນຍາ ວ່າການເລຂາພັກກອງບັນຊາການ ປກສ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີສະມາຊິກພັກສົມບູນ 81 ສະຫາຍ ຍິງ 3 ສະຫາຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງ​ປະຊຸມ​​ໃຫຍ່​ ໄດ້​ຮັບ​ຟັງ​ລາຍ​ງານ​ການ​ເມືອງທັງ​ສອງ​ພາກ ​ເຊິ່ງສະ​ເໜີ​ໂດຍ ສະຫາຍ ພັທ ກົງຈັນ ໄຊປັນຍາ, ລາຍ​ງານ​ການ​ເມືອງ ​ໄດ້​ຕີ​ລາຄາ​ເຖິງ​ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມນັ້ນ ຍັງໄດ້ຄົ້ນຄ້ວາ ແລະ ປະກອບຄຳຄິດ – ຄຳເຫັນໃສ່ຮ່າງລາຍງາຍການເມືອງ ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ, ກອງ​ປະຊຸມໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ – ຊີ້ນຳ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນໄລຍະໜຶ່ງສະໄໝຜ່ານມາ, ພ້ອມກັນນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນ ຮັບຮອງເອົາທິດທາງ – ແຜນການ 05 ປີ ນັບແຕ່ປີ 2020 ຮອດປີ 2025 ເຊິ່ງມີເນື້ອໃນຕົ້ນຕໍ ດັ່ງນີ້: ຕ້ອງ​ເພີ່ມ​ທະວີ​ວຽກ​ງານສຶກສາອົບຮົມການເມືອງ – ແນວຄິດໃຫ້ສະມາຊິກພັກ, ພະນັກງານ – ນັກຮົບ​ເປັນ​ປົກກະຕິ ​ເພື່ອ​ປັບປຸງ​ທັດສະນະ​ດ້ານຄຸນທາດການເມືອງ​ໃຫ້ໜັກແໜ້ນ, ຢຶດໝັ້ນທິດສະດີມາກເລນິນ ແລະ ອຸດົມການສັງຄົມນິຍົມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນບັນດາເຜົ່າຢ່າງແທ້ຈິງ, ຕ້ອງຍົກ​ສູງບົດບາດການນຳພາຂອງຄະນະພັກທຸກ​ຂັ້ນ ຕໍ່ວຽກງານປ້ອງກັນຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ​ເອົາ​ໃຈ​ໃສ່ກໍ່ສ້າງນາຍຕຳຫຼວດຂັ້ນນຳພາ ບັນຊາ ໃຫ້ມີຄວາມ​ຮູ້​ຄວາມ​ສາມາດ, ມີຄວາມເຂັ້ມງວດທາງ​ດ້ານ​ລະບຽບ​ວິໄນ, ໜັກແໜ້ນທາງ​ດ້ານ​ການ​ເມືອງ – ແນວຄິດ, ມີຄວາມຊຳນິຊຳນານດ້ານວິຊາສະເພາະ ແລະ ມີແບບແຜນວິທີ​ເຮັດ​ວຽກ​ທີ່ທັນສະໄໝ, ຕ້ອງ​ຢຶດໝັ້ນ 5 ຫຼັກການ 3 ທິດນໍາ​ໃນ​ການກໍ່ສ້າງພັກ ​ເພື່ອຮັບປະກັນທາດແທ້ຊົນຊັ້ນກໍາມະ ກອນ, ປັບປຸງ ແລະ ຍົກສູງບົດບາດການນໍາພາຂອງຄະນະພັກ – ຄະນະບັນຊາທຸກຂັ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ປັບປຸງກໍ່ສ້າງສະມາຊິກພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ສາມາດເປັນແກນນໍາໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ – ນັກຮົບ ພາຍໃຕ້ການນໍາພາຂອງພັກ, ເສີມຂະຫຍາຍສິດເປັນເຈົ້າ ແລະ ມີຄວາມເຂັ້ມແຂງໃນການຄຸ້ມຄອງລັດ – ຄຸ້ມຄອງສັງຄົມ, ສືບຕໍ່​ເອົາກຳລັງລົງກໍ່ສ້າງຮາກຖານເມືອງ ຢູ່​​ຈຸດ​ສຸມ​ເຂດໃຈກາງ ​ແລະ ພື້ນ​ທີ່​ຫຼໍ່​ແຫຼມ ຕາມມະຕິ 025/ກມສພ ແລະ ຕາມ 4 ຄາດໝາຍ, 4 ​ແຜນ​ງານ​ໃຫຍ່, 41 ​ໂຄງການ ​ທີ່​ກະຊວງປ້ອງ​ກັນ​ຄວາມ​ສະ ຫງົບ​ວາງ​ອອກ, ສຸມ​ໃສ່ປັບປຸງ ປກສ ກຸ່ມບ້ານ, ປກສ ບ້ານ, ສຸມ​ໃສ່ສ້າງບ້ານປ້ອງກັນຄວາມສະຫງົບ ໃຫ້​ຫຼາຍຂຶ້ນທາງ​ດ້ານ​ຈໍານວນ ​ແລະ ຄຸນນະພາ​ບ, ​ເອົາ​ໃຈ​ໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້​ສອດຄ່ອງ, ກວ້າງຂວາງ ​ແລະ ສະ​ເໝີຕົ້ນ​ສະ​ເໝີ​ປາຍ ​ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ການຮ່ວມມືກັບບັນດາ​ປະ​ເທດເພື່ອນມິດຍຸດທະສາດ ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ເພື່ອພັດທະນາກໍາລັງປ້ອງກັນຄວາມສະຫງົບແຂວງບໍລິ​ຄໍາ​ໄຊ​ພວກ​ເຮົາ ໃຫ້ມີ​ປະສິດທິພາບສູງ​ຂຶ້ນ​ເລື້ອຍໆ.

ກອງປະຊຸມໄດ້ຮັບຟັງລາຍງານ ​ການປະກອບຄໍາເຫັນຈາກຕາງໜ້າບັນດາ​ເຫຼົ່າວິຊາສະເພາະ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ຕໍ່ລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ ເຊິ່ງສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ເຂົ້າໃນ​ແຕ່ລະຂົງເຂດວຽກ​ງານວິຊາສະເພາະຂອງກົມກອງ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບຸນຂຶ້ນຕື່ມ.

ຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານມາດຕະຖານ, ເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ສະໝັກຮັບເລືອກຕັ້ງ 13 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພັທ ປທ ກົງ​ຈັນ ​ໄຊ​ປັນຍາ ເປັນເລຂາຄະນະພັກ, ສະຫາຍ ພັທ ຜາ​ຂົງ ດອກ​ມະນີ​ຈັນ ​ເປັນ​ຮອງ​ເລຂາ​, ສະຫາຍ ພັທ ປທ ຄໍາ​ແພງ ນໍາພາ​ວັນ ​ເປັນ​ປະທານ​ກວດກາ, ສະຫາຍ ພັທ ຄໍາ​ໄມ ​ແກ່ນ​ຄໍາ​ຈັນ ແລະ ສະຫາຍ ພັທ ບຸນ ອິນ​ທິລາດ ​ເປັນ​ຮອງ​ປະທານກວດກາ.

About admin12