ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງແມ່ຍິງຮາກຖານພະແນກ ຖວທ ແຂວງ

        ກອງປະຊຸມໃຫຍ່ ຄັັ້ງທີ IX ແມ່ຍິງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ທັນວາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ສະຫາຍ ນາງ ດອກບານ ຈັກວົງສາ ປະທານສະຫະພັນແມ່ຍິງຮາກຖານພະແນກ ຖວທ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຄຳປີວ ສີສົມບັດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ແລະ ສະຫາຍ ບົວສອນ ບຸດຊາວດອນ ຄະນະພັກພະແນກ ຖວທ ແຂວງ, ມີຄະນະສະຫະພັນແມ່ຍິງຮາກຖານ, ສະມາຊິກແມ່ຍິງຮາກຖານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

         ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ວ່າ: ຕະຫຼອດໄລຍະ 05 ປີຜ່ານມາ  ແມ່ຍິງຮາກຖານມີສະມາຊິກ 45 ຄົນ, ແຕ່ປະຈຸບັນມີ 42 ຄົນ, ແມ່ຍິງແຕ່ລະສະຫາຍ ກໍ່ໄດ້ຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນ ຕາມການມອບໝາຍ ແລະ ມີຜົນສຳເລັດຫຼາຍດ້ານ.

     ນອກຈາກໜ້າທີ່ວິຊາສະເພາະຂອງຕົນແລ້ວ ຍັງໄດ້ເຂົ້າຮ່ວມຂະບວນການຕ່າງໆ ທີ່ຂັ້ນເທິງຈັດຂື້ນ ເປັນຕົ້ນແມ່ນ ການປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂໍ້ແຂ່ງຂັນຂອງອົງການຈັດຕັ້ງຊາວໜຸ່ມ, ກຳມະບານ ແລະ ວັນສຳຄັນຕ່າງໆ ຂອງຊາດ ຂອງພັກ ໄດ້ທັງໝົດ 762 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 1.050 ເທື່ອຄົນ.

    ໄດ້ຮັບນາມມະຍົດເປັນຮາກຖານ 03 ດີ ຕິດຕໍ່ກັນ 05 ປີຊ້ອນ, ໄດ້ຮັບການຍ້ອງຍໍຈາກທ່ານເຈົ້າ ແຂວງບໍລິຄໍາໄຊ ໃນການປະກອບສ່ວນວຽກງານສື່ມວນຊົນລາວ ຄົບຮອບ 69-70 ປີ, ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈຳນວນ 01 ສະຫາຍ, ຫຼຽນກາແຮງງານ 01 ສະຫາຍ, ມີສະມາຊິກຈຳນວນໜື່ງໄດ້ຮັບຫຼຽນ ແລະ ໃບຍ້ອງຍໍ ໃນງານເປີດປີທ່ອງທ່ຽວລາວ 2018, ໄດ້ຮັບໃບຍ້ອງຍໍຂັ້ນແຂວງ ໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຍ້ອງຍໍຈາກອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ຈຳນວນໜື່ງ.

    ເຂົ້າຮ່ວມຟັງການເຜີຍແຜ່ຂໍ້ກຳນົດກົດລະບຽບຕ່າງໆ ທີ່ພົວພັນເຖິງແມ່ຍິງ ເປັນຕົ້ນແມ່ນກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໄດ້ 06 ຄັ້ງ, ມີສະມາຊິກແມ່ຍິງເຂົ້າຮ່ວມ 44 ເທື່ອຄົນ, ໄດ້ຈັັດຕັ້ງເຊື່ອມຊືມ ຂໍ້ແຂ່ງຂັນ 03 ດີ ຈໍານວນ 10 ຄັ້ງ ມີຜູ້ເຂົ້າຮ່ວມ 360 ເທື່ອຄົນ ຜ່ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ, ສາມາດປະເມີນປະເພດບຸກຄົນດີເດັ່ນ 03 ດີ ມີ 45 ສະຫາຍ, ກວມເອົາ 100%, ຄອບຄົວພັດທະນາໄດ້ 45 ຄອບຄົວ,

        ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຮາກຖານ ຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ນາງ ດອກບານ ຈັກວົງສາ ເປັນປະທານແມ່ຍິງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຊຸດທີ IX, ສະຫາຍ ນາງ ວຽງແກ້ວ ຄໍາໄຊປັນຍາ  ເປັນຮອງປະທານ ທັງເປັນຜູ້ກວດກາ, ສະຫາຍ ນາງ ຂັນຕີ ມະນີຄຳ ເປັນຄະນະ ຜູ້ສັງລວມຮອບດ້ານຂອງແມ່ຍິງ.

About admins16