ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ

ກອງປະຊຸມໃຫຍ່ ຄັັ້ງທີ V ຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນ ໃນຕອນບ່າຍຂອງວັນທີ 24 ທັນວາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ນາງ ຄຳປິວ ສີສົມບັດ ວ່າການເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີຄະນະໜ່ວຍພັກ ຈາກອົງການຈັດຕັ້ງມະຫາຊົນ, ສະມາຊິກພັກພາຍໃນໜ່ວຍ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງບໍລິຄຳໄຊ ມີສະມາຊິກພັກທັງໝົດ 10 ສະຫາຍ ຜ່ານການເຄື່ອນໄຫວຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ ເຫັນວ່າ ໄດ້ຮັບຜົນສຳເລັດໃນຫຼາຍດ້ານ ເຊິ່ງສະແດງອອກ ຄື: ຈັດພິທີປະກາດຮັບຮອງສະຫະພັນແມ່ຍິງ 3 ດີ, ຈັດພິທີສະເຫຼີມສະຫຼອງ ປາຖະກະຖາມູນເຊື້ອວັນສຳຄັນຕ່າງໆເປັນປົກກະຕິ, ມອບເຄື່ອງອຸປະໂພກໃຫ້ສະະຫະພັນແມ່ຍິງບ້ານ ໃນ 7 ເມືອງ ແລະ ແມ່ຍິງອ້ອມຂ້າງແຂວງ ມູນຄ່າ 57.665.000 ກີບ, ລົງມອບອຸປະກອນການສຶກສາ ໃຫ້ປະຖົມບ້ານນາອ້ອຍໜູ, ບ້ານນາຂາມ ລວມມູນຄ່າ 8.800.000 ກີບ, ມອບເງິນໃຫ້ແມ່ຍິງບ້ານປາກປຶງ ໃນກິດຈະກຳປູກຜັກໃສ່ຝຸ່ນທຳມະຊາດ 10 ຄອບຄົວ, ຂະຫຍາຍໃໝ່ 3 ຄອບຄົວ ເປັນເງິນ 39 ລ້ານກີບ, ເກັບກຳຂໍ້ມູນຄອບຄົວກຸ່ມສ່ຽງຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະ ນຳສົ່ງຜູ້ກ່ຽວກັບຄືນສູ່ຄອບຄົວ ຈຳນວນ 38 ຄົນ ພ້ອມທັງໃຫ້ຄຳປຶກສາຜ່ານໂທລະສັບສາຍດ່ວນໄດ້ 63 ຄັ້ງ, ປັບປຸງການຈັດຕັ້ງຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ – ເດັກຂັ້ນເມືອງສຳເລັດ 100%.

ຈາກຜົນງານດັ່ງກ່າວ ເຮັດໃຫ້ໄດ້ຮັບຫຼຽນໄຊແຮງງານ ຊັ້ນ 2 ກົມກອງ 2 ຫຼຽນ, ບຸກຄົນ 2 ທ່ານ, ໃບຍ້ອງຍໍ ກົມກອງ 3 ໃບ, ໃບຍ້ອງຍໍບຸກຄົນ 74 ໃບ ແລະ ໃບຊົມເຊີຍ 19 ໃບ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນໃຫ້ຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະພັກ ຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມນີ້ ຍັງໄດ້ເປັນເອກະພາບກັນຮອບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ນາງ ຄຳປິວ ສີສົມບັດ ເປັນເລຂາໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງບໍລິຄຳໄຊ ຊຸດທີ V, ສະຫາຍ ນາງ ຄຳໃບ ບໍລິວັນ ເປັນຮອງເລຂາ ແລະ ສະຫາຍ ນາງ ປະກາຍທິບ ໄຊຍະວົງ ເປັນຄະນະ ທັງເປັນຜູ້ກວດກາ.

About admins16