ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງກຳມະບານຮາກຖານພະແນກ ຖວທ ແຂວງ

ກອງປະຊຸມໃຫຍ່ ຄັັ້ງທີ VII ກຳມະບານຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ທັນວາ 2021 ຢູ່ຫ້ອງປະຊຸມ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໂດຍພາຍໃຕ້ການເປັນປະທານ ສະຫາຍ ຂັນທອງ ພົມມະລາດ ປະທານກຳມະບານຮາກຖານພະແນກ ຖວທ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ພູເວີນ ສີຫາລາດ ຮອງປະທານສະຫະພັນກຳມະບານແຂວງ ແລະ ສະຫາຍ ສົນທອງ ວີບຸນກວ້າງ ຄະນະພັກພະແນກ ຖວທ ແຂວງ, ມີຄະນະກຳມະບານຮາກຖານ, ສະມາຊິກກຳມະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາວ່າ: ກຳມະບານຮາກຖານພະແນກ ຖວທ ແຂວງບໍລິຄຳໄຊ ປະກອບມີ 5 ໜ່ວຍຂຶ້ນກັບ ມີສະມາຊິກກໍາມະບານ ທັງໝົດ 98 ສະຫາຍ, ຍິງ 30 ສະຫາຍ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ສະມາຊິກກໍາມະບານ ເຮັດໃຫ້ແຕ່ລະສະຫາຍມີແນວຄິດອຸ່ນອຽນ – ທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ ເຊິ່ງສະແດງອອກຄື ເຂົ້າຮ່ວມຟັງການໂອ້ລົມ ແລະ ປາຖະກະຖາມູນເຊື້ອວັນສຳຄັນຕ່າງໆ ທີ່ຂັ້ນແຂວງຈັດຂຶ້ນໄດ້ທັງໝົດ 94 ຄັ້ງ, ຈໍານວນ 1.200 ກວ່າເທື່ອຄົນ, ເຄື່ອນໄຫວສາຍຮູບເງົາເອກະສານມູນເຊື້ອໃນໂອກາດວັນສໍາຄັນຕ່າງໆ ໄດ້ 52 ຄັ້ງ, ເອົາໃຈໃສ່ສ້າງຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ເປັນຂະບວນຟົດຟື້ນ ແລະ ໄດ້ຮັບໃບຢັ້ງຢືນຮາກຖານກໍາມະບານ 5 ເປັນເຈົ້າ 3 ປີຕິດຕໍ່ກັນ, ສາມາດຂະຫຍາຍສະມາຊິກໍາມະບານໄດ້ 8 ສະຫາຍ, ຍິງ 3 ສະຫາຍ, ສາມາດເກັບເງິນກອງທຶນຈາກສະມາຊິກກອງທຶນ ຖອກໃຫ້ກຳມະບານແຂວງແຕ່ລະເດືອນໄດ້ທັນເວລາ, ນະໂຍບາຍຕໍ່ສະມາຊິກທີ່ຜ່າຕັດ, ນອນໂຮງໝໍ, ເກີດລູກ ແລະ ອື່ນໆ ທັງໝົດ 5.895.000 ກີບ, ພົວພັນ-ຮ່ວມມືແລກປ່ຽນບົດຮຽນກັບຮາກຖານກໍາມະບານອ້ອມຂ້າງ ຢ່າງຕໍ່ເນື່ອງຈັດກິດຈະກຳກິລາ, ອອກແຮງງານຮ່ວມກັນ ໄດ້ 21 ຄັ້ງ ແລະ ແຂ່ງຂັນກິລາປະເພດຕ່າງໆ ໄດ້ 28 ຄັ້ງ, ຈັດຕັ້ງປະຕິບັດ ແລະ ການສະຫລຸບປະເມີນຜົນວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າໃນແຕ່ລະປີ ພ້ອມທັງສະເໜີຂໍການຍ້ອງຍໍສະມາຊິກຫ້າວຫັນດີເດັ່ນຂັ້ນແຂວງ ແລະ ຂັ້ນສູນກາງ ໄດ້ 2 ຄັ້ງ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຮາກຖານຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ພູວັນ ໄຊຍະສານ ເປັນປະທານກຳມະບານຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຊຸດທີ VII, ສະຫາຍ ນາງ ພຸດທະສິນ ເວດທະນາ ເປັນຮອງປະທານ, ສະຫາຍ ປານີ ເທບສົມບັດ ເປັນຜູ້ກວດກາ, ສະຫາຍ ນາງ ສາຍສະໝອນ ດວງມະນີ ແລະ ສະສາຍ ສີປະເສີດ ລໍມະນີ ເປັນຄະນະ.

ຕອນທ້າຍກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2021 ໃຫ້ແກ່ກຳມະບານຮາກຖານພະແນກ ຖວທ ແຂວງ ເປັນກຽດມອບໂດຍສະຫາຍ ນາງ ພູເວີນ ສີຫາລາດ ຮອງປະທານສະຫະພັນກຳມະບານແຂວງ ແລະ ຮັບໂດຍ ສະຫາຍ ຂັນທອງ ພົມມະລາດ ປະທານກຳມະບານຮາກຖານພະແນກ ຖວທ ແຂວງ.

About admins16