ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງບ້ານໃຫຍ່ໂພສີ

ວັນທີ 21 ຕຸລາ 2022 ຢູ່ຫ້ອງການບ້ານໃຫຍ່ໂພສີ ເມືອງປາກຊັນ ແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງບ້ານ  ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ວົງສີ ທອງສີອິນທິປັນຍາ ຄະນະປະຈໍາພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກຊັນ.

ບ້ານໂພສີ ເປັນບ້ານໜຶ່ງທີ່ຕັ້ງຢູ່ເທດສະບານ 01 ຂອງເມືອງປາກຊັນ, ມີເນື້ອທີ່ທັງໝົດ 126,436 ເຮັກຕ່າ, ມີພົນລະເມືອງ 1,474 ຄົນ, ຍິງ 753 ຄົນ, ມີ 352 ຫຼັງຄາເຮືອນ, ມີ 271 ຄອບຄົວ, ອໍານາດການປົກຄອງບ້ານໄດ້ນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ມາເຜີຍແຜ່ເຊື່ອມຊືມໃຫ້ແກ່ພໍ່ແມ່ປະຊາຊົນໄດ້ 16 ຄັ້ງ, ມີຜູ້ເຂົ້າຮ່ວມ 1,360 ເທື່ອຄົນ, ເຮັດໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຂົ້າໃຈມີຄວາມເຊື່ອໝັ້ນຕໍ່ການຊີ້ນໍາ – ນໍາພາຂອງພັກ, ມິຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ເອົາໃຈໃສ່ເກັບກໍາຄົນເຂົ້າ – ອອກຂອງບ້ານປະຕິບັດຕາມແຈ້ງການ, ຄໍາສັ່ງ, ບົດແນະນໍາຕ່າງໆຈາກຂັ້ນເທີງຢ່າງເປັນປົກກະຕິ, ນຳພາພໍ່ແມ່ປະຊາຊົນພາຍໃນບ້ານ ຈັດຕັ້ງປະຕິບັດວຽກປົກປັກຮັກສາ ແລະ ສ້າງສາພັດທະນາບ້ານນັບມື້ນັບດີຂື້ນເທື່ອລະກ້າວ, ເອົາໃຈໃສ່ໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສາມາດສ້າງໄດ້ຄອບຄົວຕົວແບບ, ຄອບຄົວພັດທະນາດີ, ຄອບຄົວປ້ອງກັນຄວາມສະຫງົບດີ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນັບມື້ນັບດີຂື້ນ, ກາຍເປັນຄອບຄົວທີ່ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຈາກນັ້ນ ໄດ້ມີການບ່ອນບັດເລືອກຕັ້ງເອົານາຍບ້ານຊຸດໃໝ່, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ເຊີ່ງມີຜູ້ລົງສະໝັກເລືອກຕັ້ງ 07 ທ່ານ, ຍິງ 02 ທ່ານ ແລະ ເລືອກເອົາ 05 ທ່ານ, ຜ່ານການບ່ອນບັດເລືອກຕັ້ງ ແລະ ກອງປະຊຸມຄັ້ງປະຖົມມະລຶກ ເລືອກໄດ້ ທ່ານ ເພັດລໍາພອນ ບຸບຜາແສງ ເປັນນາຍບ້ານຮັບຜິດຊອບວຽກງານພັກ-ອົງການຈັດຕັ້ງ, ທ່ານ ບົວວັນ ເພັດວົງ ເປັນຮອງ ຮັບຜິດຊອບເສດຖະກິດ, ທ່ານ ຄໍາສິງ ເພັດປະທຸມມາ ເປັນຮອງ ຮັບຜິດຊອບວຽກງານບໍລິຫານການປົກຄອງ, ທ່ານ ຫົງຄໍາ ແກ້ວວໍລະວົງ ເປັນຮອງ ຮັບຜິດຊອບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແລະ ທ່ານນາງ ໃຈປະເສີດ ພະໄຊສີສຸນັນ ເປັນຮອງ ຮັບຜິດຊອບຊີ້ນໍາວຽກງານວັດທະນະທໍາສັງຄົມ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງຄຳເຫັນໂອ້ລົມໃຫ້ທິດຊີ້ນໍາຈາກເຈົ້າເມືອງປາກຊັນ ເຊີ່ງທ່ານໄດ້ສະເເດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ – ນໍາພາຂອງຄະນະບ້ານ ທີ່ໄດ້ເຄື່ອນໄຫວວຽກງານຜ່ານມາໄດ້ເປັນຢ່າງດີ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ທ່ານຍັງໄດ້ສະເເດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງເຊີ່ງໄດ້ຮຽກຮ້ອງໃຫ້ຄະນະບ້ານຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂຊີ້ນໍາ ແລະ ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດທິດທາງແຜນການທີ່ກໍານົດໃນກອງປະຊຸມໃຫ່ຍຄັ້ງທີ IV ຍາດໄດ້ຜົນງານ ແລະ ຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

About admins16