ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ໜ່ວຍພັກບ້ານຜາໂປງ

ກອງປະຊຸມໃຫຍ່ບ້ານຜາໂປງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ຄັ້ງທີ VIII ໄດ້ຈັດຂຶ້ນ ໃນວັນທີ 27 ກັນຍາ 2022 ຢູ່ວັດບ້ານຜາໂປງ, ພາຍໃຕ້ການເປັນປະທານຂອງ ທ່ານ ກູ່ ຈັນທະວົງ ນາຍບ້ານຜາໂປງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີຄະນະຮັບຜິດຊອບຂັ້ນເມືອງ, ອົງການຈັດຕັ້ງຂັ້ນບ້ານ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງຜ່ານບົດສະຫຼຸບຕີລາຄາຄືນການນຳພາ – ຊີ້ນໍາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງ – ຄົມຂອງບ້ານໃນໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ, ບ້ານຜາໂປງ ມີ 236 ຄອບຄົວ, ປະຊາກອນ 1.034 ຄົນ ຍິງ 543 ຄົນ, ປະຊາຊົນສ່ວນຫຼາຍ ຢຶດຖືອາຊີບການຜະລິດທາງດ້ານກະສິກຳ ແລະ ຄ້າຂາຍ, ມີເນື້ອທີ່ນາປີ 135,34 ຮຕ ໄດ້ຜົນຜະລິດ 406,020 ໂຕນ, ເນື້ອທີ່ນາແຊງ 120,68 ຮຕ, ຜົນຜະລິດໄດ້ 482,72 ໂຕນ, ສະເລ່ຍເຂົ້າກິນໃສ່ຫົວຄົນໄດ້ 859 ກິໂລ/ຄົນ/ປີ, ລາຍຮັບສະເລັ່ຍໃສ່ຫົວຄົນໄດ້ 12.379.642 ກີບ/ຄົນ/ປີ.

ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົານາຍບ້ານຊຸດໃໝ່, ຜົນຂອງການປ່ອນບັດລົງຄະແນນສຽງ ເລືອກໄດ້ ທ່ານ ກູ່ ຈັນທະວົງ ເປັນນາຍບ້ານ, ທ່ານ ແສງທອງ ອິນທິລາດວົງສີ ເປັນຮອງ, ທ່ານ ມຸນທະລາ ຈັນທະວົງ ເປັນຮອງນາຍບ້ານ.

ໃນຕອນບ່າຍຂອງວັນດຽວກັນ ໄດ້ສືບຕໍ່ຈັດກອງປະຊຸມໃຫຍ່ຂອງໜ່ວຍພັກບ້ານຜາໂປງ ໂດຍການເປັນປະທານຂອງສະຫາຍ ກູ່ ຈັນທະວົງ ເລຂາພັກບ້ານນາຍ ບ້ານຜາໂປງ, ເຂົ້າຮ່ວມໂດຍສະຫາຍ ຄໍາປຸ່ນ ສີຫາລາດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງທ່າພະບາດ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມໄດ້ພ້ອມກັນຄົ້ນຄົ້ວາ ແລະ ປະກອບຄຳເຫັນໃສ່ຮ່າງບົດລາຍງານການເມືອງທັງສອງພາກ ພ້ອມທັງເປັນເອກະພາບໃນການຕີລາຄາການນໍາພາ – ຊີ້ນໍາ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະພາບກັນ ຮັບຮອງເອົາທິດທາງແຜນການ 5 ປີ ແຕ່ນີ້ຮອດປີ 2027 ແລະ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກບ້ານຊຸດໃໝ່, ເຊີ່ງຜົນຂອງການປ່ອນບັດ ເລືອກໄດ້ສະຫາຍ ກູ່ ຈັນທະວົງ ເປັນເລຂາໜ່ວຍພັກ, ສະຫາຍ ແສງທອງ ອິນທິລາດວົງສີ ເປັນຮອງເລຂາ, ສະຫາຍ ບຸນອອນ ພັນທະວົງ ເປັນຜູ້ກວດກາໜ່ວຍພັກ.

About admins14