ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ

ກອງປະຊຸມໃຫຍ່ ຄັັ້ງທີ III ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ກັນຍາ 2022 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງ ສະຫາຍ ອຸທອນ ສິງຫາດວງປັນຍາ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ ປະທານກຳມະບານຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ດຳລົງ ທັບລາດ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ປະທານສະຫະພັນກຳມະບານແຂວງ ມີຄະນະກຳມະບານຮາກຖານ, ສະມາຊິກກຳມະບານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ເຫັນວ່າກຳມະບານຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີສະມາຊິກກຳມະບານທັງໝົດ 86 ສະຫາຍ, ຍິງ 28 ສະຫາຍ, ຄະນະກໍາມະບານຮາກຖານ ແລະ ສະມາຊິກທັງໝົດ ໄດ້ສຸ່ມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ການປັບປຸງການຈັດຕັ້ງ-ກໍ່ສ້າງພະນັກງານ, ວຽກງານພົວພັນຕ່າງປະເທດ ແລະ ວຽກງານອື່ນໆ ເຮັດໃຫ້ບັນດາວຽກງານໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ໄດ້ຮັບຜົນສຳເລັດຕາມແຜນການ ດ້ວຍຜະສິດທິພາບສູງ ເຊິ່ງມັນໄດ້ສະແດງອອກຄື: ຊຸກຍູ້ບັນດາສະມາຊິກກຳມະບານໄປຍົກລະດັບຄວາມຮູ້ຄວາມ, ສາມາດທາງດ້ານທິດສະດີການເມືອງ-ການປົກຄອງ ຊັ້ນກາງ 3 ສະຫາຍ, ຊັ້ນຕົ້ນ 2 ສະຫາຍ, ລະບົບ 45 ວັນ 6 ສະຫາຍ ແລະ ຍົກລະດັບດ້ານວິຊາສະເພາະທີ່ຕິດພັນກັບວຽກງານຕ່າງໆ,  ໄດ້ຮັບນາມມະຍົດ 5 ເປັນເຈົ້າຢ່າງຕໍ່ເນື່ອງ ແລະ ໄດ້ສຸມໃສ່ເຮັດໜ້າທີ່ປົກປ້ອງສິດຂອງສະມາຊິກກຳມະບານ ໂດຍສະເພາະນະໂຍບາຍເຈັບເປັນ, ນອນໂຮງໝໍ, ເກີດລູກ ແລະ ນະໂຍບາຍອື່ນໆ 9.851.000 ກີບ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຮາກຖານຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລຶກ ເປັນເອກະສັນກັນເລືອກເອົາ ສະຫາຍ ອຸທອນ ສິງຫາດວງປັນຍາ ເປັນປະທານກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຊຸດທີ III, ສະຫາຍ ວຽງແກ້ວ ໄຊພັກດີ ເປັນຮອງປະທານ, ສະຫາຍ ລົດສະກອນ ເພຍນາມວົງ ເປັນຜູ້ກວດກາ, ສະຫາຍ ນາງ ວຽງຄຳ ຍົດບຸນເຮືອງ ແລະ ສະຫາຍ ຄຳພະ ແສງສຸລິຈັນ ເປັນຄະນະ.

About admins14