ສຳເລັດກອງປະຊຸມໃຫຍ່ ຄັ້ງທີ II ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ

ກອງປະຊຸມໃຫຍ່ ຄັັ້ງທີ II ຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານ ສະຫາຍ ໄກສອນ ຈັນສີນາ ເລຂາຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນເສັງ ປະທໍາມະວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແຕ່ປີ 2018 – 2021 ເຫັນວ່າ ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການເມືອງ – ແນວຄິດ ໄດ້ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ ເປັນເຈົ້າການປົກປ້ອງແນວທາງຂອງພັກ, ຕອບຕ້ານສິ່ງຫຍໍ້, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຕົນເປັນອັນລະອຽດ ແລະ ເຂົ້າສູ່ວຽກງານຕົວຈິງໃນແຕ່ລະດ້ານ ໂດຍຖືເອົາການປັບປຸງ ແລະ ກໍ່ສ້າງພັກຕາມ 5 ຫຼັກການ, 3 ທິດນໍາ ເພື່ອເຮັດໃຫ້ພາຍໃນພັກມີຄວາມໜັກແໜ້ນເຂັ້ມແຂງ, ບັນດາໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ສາມາດຍາດໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ປີຊ້ອນ.

5 ປີຜ່ານມາ ໄດ້ດັດສົມໂຮງງານປຸງແຕ່ງໄມ້ 48 ໂຮງງານ, ມູນຄ່າຜະລິດຕະພັນ ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5.416 ຕື້ກວ່າກີບ, ເພີ່ມຂຶ້ນ 74,7% ທ່ຽບໃສ່ໄລຍະຜ່ານມາ, ອອກອະນຸຍາດສ້າງຕັ້ງໂຮງງານ 49 ໂຮງງານ, ອະນຸຍາດດໍາເນີນກິດຈະການໂຮງງານ 56 ໂຮງງານ ແລະ ຕໍ່ອະນຸຍາດດໍາເນີນກິດຈະການໂຮງງານ 205 ໂຮງງານ, ປັດຈຸບັນທົ່ວແຂວງມີໂຮງງານທັງໝົດ 2.246 ແຫ່ງ, ຊຸກຍູ້ ແລະ ພັດທະນາສິນຄ້າ ທີ່ເປັນທ່າແຮງຂອງແຂວງໄດ້ຮັບກາໝາຍໂອດ໋ອບແຫ່ງຊາດ 9 ຫົວໜ່ວຍ, ໄດ້ຮັບນາມມະຍົດ 3 ດາວ 1 ຫົວໜ່ວຍ ແລະ ສະເໜີຂໍຢັ້ງຢືນສິນຄ້າ ODOP ແຫ່ງຊາດ 3 ຫົວໜ່ວຍ, ພ້ອມນັ້ນ ວຽກງານນໍາເຂົ້າ – ສົ່ງອອກ, ແຜນການ – ຮ່ວມມື, ວຽກງານຊັບສິນທາງເປັນຍາ, ມາດຖານ, ການຄ້າພາຍໃນ, ວຽກງານທະບຽນວິສາຫະກິດ, ການປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນ ແລະ ອື່ນໆ ກໍ່ໄດ້ຮັບການປັບປຸງ, ຍົກລະດັບ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນໃຫ້ຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະພັກ ຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ, ພ້ອມນີ້ ຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະພັກຮາກຖານ ສະໄໝທີ II ຂອງຄະນະພັກຮາກຖານພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ໄກສອນ ຈັນສີນາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ຄອນສະຫວັນ ສຸກກະເສີມ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ໂພສອນ ທະລາພອນ ເປັນປະທານກວດກາພັກ, ສະຫາຍ ນາງ ມະນີທອງ ອ້ວນລາສີ ເປັນຮອງປະທານກວດກາພັກ ແລະ ສະຫາຍ ຕຸ້ຍ ຈັນທະມຸງຄຸນ ເປັນຄະນະ.

About admins14