ສຳເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

         ວັນທີ 24 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານຂຶ້ນ ພາຍໃຕ້ການເປັນປະທານໂດຍ ສະຫາຍ ພັທ ດາພອນ ໄພມະນີ ຮັກສາການເລຂາໜ່ວຍພັກ ພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວິໄລ ສີສະມຸດ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງຄຳເກີດ, ມີຫົວໜ້າກອງບັນຊາການ ປກສ ເມືອງ, ຄະນະປັບປຸງຂັ້ນເມືອງ, ແຂກຖືກເຊີນ ແລະ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.


ກອງປະຊຸມ ໄດ້ຮັບຟັງລາຍງານການເມືອງທັງສອງພາກ ຈາກສະຫາຍ ດາພອນ ໄພມະນີ ວ່າ: ໜ່ວຍພັກພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກຮາກຖານກອງບັນຊາການ ປກສ ເມືອງຄຳເກີດ ແລະ ເປັນເສນາທິການໃຫ້ແກ່ຄະນະພັກຮາກຖານໃນການຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ລວມທັງ 8 ກຸ່ມບ້ານ, ພະນັກງານສະມາຊິກພັກສ່ວນຫຼາຍ  ລົງປະຈຳການຢູ່ແຕ່ລະກຸ່ມບ້ານທົ່ວເມືອງ ເພື່ອເຮັດໜ້າທີ່ການເມືອງ ແລະ ຮັກສາຄວາມສະຫງົບ, ໜ່ວຍພັກມີສະມາຊິກພັກທັງໝົດ 73 ສະຫາຍ, ຍີງ 8 ສະຫາຍ.


ສະມາຊິກພັກຕະຫຼອດຮອດພະນັກງານ-ນັກຮົບທຸກສະຫາຍ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງ, ຂໍ້ກຳນົດລະບຽບການ ແລະ ບັນດານິຕິກໍາ ມາເຜີຍແຜ່ເຊຶ່ອມຊຶມໃຫ້ກໍາລັງປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈ ຈຸດປະສົງ ກໍ່ເພື່ອເດັດດ່ຽວຕໍ່ສູ້ຕ້ານກັບກົນອຸບາຍຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີຢູ່ບັນດາກຸ່ມບ້ານ ໃຫ້ມີຄວາມສະຫງົບໂດຍພື້ນຖານ.

      ສະມາຊິກພັກທຸກສະຫາຍ ມີຄວາມເຊື້ອໝັ້ນຕໍ່ແນວທາງຂອງພັກ, ມີຄວາມສາມັກຄີເປັນເອກະພາບສູງຕໍ່ການຊີ້ນຳ-ນຳພາຂອງຄະນະພັກ. ໃນໄລຍະ 5 ປີຜ່ານມາໜ່ວຍພັກສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2019 ແລະ ຍັງໄດ້ແກ້ໄຂປະກົດການຫຍໍ້ທໍ້ ອື່ນໆອີກ.

      ພາຍຫລັງຄະນະພັກຊຸດເກົ່າກ່າວອຳລາໜ້າທີ່, ກອງປະຊຸມ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະພັກຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ ຄັດເລືອກເອົາ 3 ສະຫາຍ, ຜົນຂອງການປ່ອຍບັດ ແລະ ກອງປະຊຸມຄັ້ງປະຖົມມະລືກ ຕົກລົງເລືອກຄະນະພັກຊຸດໃໝ່ ຄື: ສະຫາຍ ພັທ ດາພອນ ໄພມະນີ ເປັນເລຂາໜ່ວຍພັກ, ສະຫາຍ ພັຕ ໄພມະນີ ກຸລະວົງສາ ເປັນຮອງເລຂາ ແລະ ສະຫາຍ ພັຕ ນາງ ຈັນຫອມ ຍົດບຸນເຮືອງ ເປັນກຳມະການຜູ້ກວດກາໜ່ວຍພັກ.

       ໃນໂອກາດນີ້ ສະຫາຍ ວິໄລ ສີສະມຸດ ໄດ້ໂອ້ລົມ ແລະ ມີຄຳເຫັນຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານດີເດັ່ນທີ່ຍາດໄດ້ມາ ແລະ ສະຫາຍ ໄດ້ຮຽກຮ້ອງມາຍັງຄະນະພັກຊຸດໃໝ່ ທີ່ໄດ້ຮັບໜ້າທີ່ອັນໜັກໜ່ວງ ໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງພັກ ເປັນຕົ້ນ ໃຫ້ສ້າງຄວາມສາມາດໃນການຊີ້ນຳ-ນຳພາ, ສຶກສາອົບຮົມບັນດາສະມາຊິກພັກ – ສ້າງພະນັກງານ ໃຫ້ມີຄວາມຮັກຊາດ, ສ້າງຄວາມເອກະພາບພາຍໃນຄະນະ, ມີຄວາມໂປ່ງໃສ, ຍຸຕິທຳ, ສ້າງຄວາມເຊື່ອໝັ້ນພາຍໃນພັກ, ເອົາໃຈໃສ່ວຽກງານກວດກາ – ແກ້ໄຂບັນຫາຫາງສຽງຂອງສັງຄົມ, ບັນຫາປະກົດການຫຍໍ້ທໍ້ຕ່າງໆ, ເພີ່ມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊີ້ນຳ-ນຳພາໜ່ວຍພັກໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື້ອຍໆ.

About admin11