ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ໜ່ວຍພັກປາກກະດິງເໜືອ ແລະ ປະກາດແຕ່ງຕັ້ງອົງການບໍລິຫານປົກຄອງບ້ານ

  ຕອນເຊົ້າວັນທີ 20 ພຶດສະພາ 2022 ຢູ່ທີ່ສະໂມສອນ ໂຮງຮຽນປະຖົມບ້ານປາກກະດິງເຫນືອ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VII ຂອງຫນ່ວຍພັກບ້ານປາກກະດິງເໜືອຂື້ນ. ພາຍໃຕ້ການເປັນປະທານຂອງສະຫາຍ ສົມພັນ ແກ້ວວົງສາ ເລຂາພັກບ້ານ ນາຍບ້ານປາກກະດິງເໜືອ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົບ ຈັນທະວົງ ຮອງເລຂາຄະນະບໍລິຫານງານພັກເມືອງປາກກະດິງ, ມີພະນັກງານກໍ່ສ້າງຮາກຖານເຂດ 1 ປາກກະດິງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ສັງເກດຕີລາຄາການຊີ້ນຳ – ນຳພາຂອງຄະນະພັກ ໄລຍະ 5 ປີຜ່ານມາ, ໜ່ວຍພັກບ້ານປາກກະດິງເໜືອ ເປັນໜ່ວຍພັກທີ່ຂຶ້ນກັບການຊີ້ນຳຂອງຄະນະປະຈຳພັກເມືອງປາກກະດິງ, ມີສະມາຊິກພັກທັງໝົດ 23 ສະຫາຍ, ຍີງ 5 ສະຫາຍ.

ໄລຍະຜ່ານມາ ຄະນະພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ການຈັດຕັ້ງບ້ານ 5 ຕຳແໜ່ງງານ ແລະ ພໍ່ແມ່ປະຊາຊົນ ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍຢ່າງຕັ້ງໜ້າ ແລະ ດຳລົງຊີວິດຕາມແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ ພາຍໃຕ້ກົດໝາຍບ້ານເມືອງວາງອອກ, ເຮັດໃຫ້ພາຍໃນບ້ານມີຄວາມສະຫງົບໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽຮຽບຮ້ອຍ, ເຖິງຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເສດຖະກິດຄອບຄົວຂອງປະຊາຊົນພາຍໃນບ້ານ ກໍ່ຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

 ພາຍຫລັງຄະນະພັກຊຸດເກົ່າ ຂຶ້ນອຳລາໜ້າທີ່, ກອງປະຊຸມ ໄດ້ດຳເນີນການປ່ອນບັດ ເອົາຄະນະພັກຊຸດໃໝ່, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເປັນເອກະພາບກັນຮັບຮອງເອົາ ສະຫາຍ ສຸລິຍາ ກາຍສຸລິວົງ ເປັນເລຂາ, ສະຫາຍ ພາສິດ ໂສພາ ເປັນຮອງເລຂາ, ສະຫາຍ ພອນຄຳ ໄຊຍະວົງ ເປັນຜູ້ກວດກາ.

 ໃນຕອນເຊົ້າຂອງວັນດຽວກັນ, ຍັງໄດ້ມີພິທີປະກາດແຕ່ງຕັ້ງບົ່ງໂຕອົງການບໍລິຫານປົກຄອງບ້ານປາກກະດິງເໜືອ ໂດຍປະກາດແຕ່ງຕັ້ງບົ່ງໂຕທ່ານ ສຸລິຍາ ກາຍສຸລິວົງ ເປັນນາຍບ້ານ, ທ່ານ ພາສິດ ໂສພາ ແລະ ທ່ານພອນຄຳ ໄຊຍະວົງ ເປັນຮອງນາຍບ້ານ, ເປັນກຽດເຂົ້າຮ່ວມໂດຍທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີພະນັກງານກໍ່ສ້າງຮາກຖານ, ແຂກຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ທີ່ມີຜົນງານດີເດັ່ນໃນການສ້າງສາພັດທະນາບ້ານປາກກະດິງເໜືອ.

 

 

About admin11