ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຂະແໜງງົບປະມານ ແລະ ຊັບສິນ

ກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກຂະແໜງງົບປະມານ ແລະ ຊັບສິນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 07 ເມສາ 2022 ຢູ່ຫ້ອງປະຊຸມຂອງພະແນກການເງິນແຂວງ ໂດຍພາຍໃຕ້ການເປັນປະທານ ສະຫາຍ ຄຳຫວາ ສິມມະສອນ ເລຂາໜ່ວຍພັກຂະແໜງງົບປະມານ ແລະ ຊັບສິນ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ ແລະ ສະຫາຍ ວັນໄຊ ເງຍຈັນທະສອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພະແນກ, ຄະນະຮັບຜິດຊອບຂັ້ນແຂວງ, ສະມາຊິກພັກພາຍໃນຂະແໜງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໜ່ວຍພັກຂະແໜງງົບປະມານ ແລະ ຊັບສິນ ມີສະມາຊິກພັກທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ, ພະນັກງານທັງໝົດ 25 ສະຫາຍ, ຍິງ 13 ສະຫາຍ ໃນໄລຍະ 5 ປີ ທີ່ຜ່ານມາຄະນະໜ່ວຍພັກ ໄດ້ຊີ້ນຳວຽກງານວິຊາສະເພາະດ້ວຍຄວາມເອົາໃຈໃສ່ ເພື່ອຮັບປະກັນ ໃນການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ແຜນການເຄື່ອນໄຫວ,ໃນແຕ່ລະປີ ໃຫ້ບັນລຸໄດ້ຕາມແຜນການ ແລະ ລື່ນແຜນການ ເຊີ່ງໄດ້ສະແດງອອກຄື: ສາມາດຈັດເກັບລາຍຮັບ ພູດສູນກາງໄດ້ 28,68 ຕື້ກີບ ແລະ ພູດທ້ອງຖີ່ນ ປະຕິບັດໄດ້ 71,42 ຕື້ກີບ ເທົ່າກັບ 216,23% ຂອງແຜນການ.

ຂະຫຍາຍສະມາຊິກພັກໄດ້ທັງໝົດ 06 ສະຫາຍ, ຍີງ 05 ສະຫາຍ, ເລື່ອນສໍາຮອງຂື້ນສົມບູນ 04 ສະຫາຍ, ຍິງ 03 ສະຫາຍ, ສໍາຮອງ 02 ສະຫາຍ, ຍິງ 02 ສະຫາຍ ທຽບໃສ່ແຜນການ 5 ປີ ເທົ່າກັບ 120%, ຖືກຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 3 ປີ ຄື: ປີ2017, 2019 ແລະ 2020, ໄປຍົກລະດັບທິດສະດີການເມືອງ 04 ສະຫາຍ, ຍີງ 01 ສະຫາຍ, ຊັ້ນກາງ 02 ສະຫາຍ, ລະບົບບໍາລຸງ 45 ວັນ 02 ສະຫາຍ, ຍີງ 01 ສະຫາຍ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາເລຂາໜ່ວຍພັກຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ຄຳຫວາ ສິມມະສອນ ເປັນເລຂາໜ່ວຍພັກຂະແໜງງົບປະມານ ແລະ ຊັບສິນ ຊຸດທີ V, ສະຫາຍ ບຸນທະມາລີ ວົງໂພສີ ເປັນຮອງເລຂາ ແລະ ສະຫາຍ ສີສະຫງ່າ ແກ້ວປະເສີດ ເປັນຜູ້ກວດກາ.

About admins16