ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຄະນະພັກຮາກຖານຫ້ອງວ່າການ ແຂວງບໍລິຄຳໄຊ

ກອງປະຊຸມໃຫຍ່ ຄັັ້ງທີ V ຄະນະພັກຮາກຖານຫ້ອງວ່າການ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ສະຫາຍ ສົມໃຈ ຄຸນພະໄຊ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານຫ້ອງວ່າການແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ສະມາຊິກພັກ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກຮາກຖານຫ້ອງວ່າການແຂວງ ແຕ່ປີ 2018 – 2021 ເຫັນວ່າ ໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານການເມືອງ-ແນວຄິດ ໄດ້ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນເຈົ້າການປົກປ້ອງແນວທາງຂອງພັກ, ຕອບຕ້ານສິ່ງຫຍໍ້ທໍ້ແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຕໍາແໜ່ງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ຫຼີ້ນກິນຟູມເຟືອຍ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໄດ້ດີ, ມີຄວາມສາມັກຄີພາຍໃນພັກ, ຕ້ານໄດ້ແນວຄິດຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອພັກພວກ, ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນເປັນອັນລະອຽດ ແລະ ເຂົ້າສູ່ວຽກງານຕົວຈິງໃນແຕ່ລະດ້ານ ໂດຍຖືເອົາການປັບປຸງ ແລະ ກໍ່ສ້າງພັກຕາມ 5 ຫຼັກການ, 3 ທິດນໍາ ເພື່ອເຮັດໃຫ້ພາຍໃນພັກມີຄວາມໜັກແໜ້ນເຂັ້ມແຂງ, ບັນດາໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ສາມາດຍາດໄດ້ນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທຸກໆປີ. ພ້ອມນັ້ນ ຍັງໄດ້ເອົາໃຈໃສ່ ວຽກງານກໍ່ສ້າງພັກພະນັກງານ ໂດຍໄດ້ສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ-ການປົກຄອງ ແລະ ດ້ານວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ.

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນໃຫ້ຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາຂອງຄະນະພັກ ຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ພ້ອມນີ້ ຍັງໄດ້ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ແລະ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະພັກຮາກຖານ ສະໄໝທີ V ໄດ້ເປັນເອກະສັນເລືອກເອົາ ສະຫາຍ ສົມໃຈ ຄຸນພະໄຊ ເປັນເລຂາຄະນະພັກຮາກຖານ, ສະຫາຍ ສາຍຄໍາ ວົງຄໍາທອງ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ສົມໃຈ ແກ້ວສຸວັນ ເປັນປະທານກວດກາພັກ, ສະຫາຍ ຄໍາຫຼ້າ ຫຼວງແສງເພັດ ເປັນຮອງປະທານກວດກາພັກ, ສະຫາຍ ພທ ເພັດສະໄໝ ໂຮມຂະສິດ, ສະຫາຍ ພັນສະໝອນ ຈັນທະສອນ ແລະ ສະຫາຍ ຂັນແກ້ວ ວິໄລວັນ ເປັນຄະນະ.

About admins14