ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ແມ່ຍິງຮາກຖານແນວລາວສ້າງຊາດແຂວງ ບໍລິຄຳໄຊ

        ກອງປະຊຸມໃຫຍ່ ຄັັ້ງທີ V ຂອງໜ່ວຍແມ່ຍິງຮາກຖານແນວລາວສ້າງຊາດແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 13 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມພະແນກພາຍໃນແຂວງ ໂດຍພາຍໃຕ້ການເປັນປະທານ ສະຫາຍ ນາງ ເຂັມພອນ ໄຊຍະສານ ປະທານແມ່ຍິງສະຫະພັນແນວລາວສ້າງຊາວແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ວິລະພອນ ພົມມະວົງສາ ຮອງປະທານສະຫະພັນແມ່ຍິງແຂວງ, ມີສະມາຊິກພາຍໃນໜ່ວຍ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

        ໜ່ວຍສະຫະພັນແມ່ຍິງແນວລາວສ້າງຊາດແຂວງ ມີສະມາຊິກທັງໝົດ 12 ສະຫາຍ,  ໃນໄລຍະ 5 ປີຜ່ານມາ ແມ່ຍິງໜ່ວຍແນວລາວສ້າງຊາດແຂວງໄດ້ສຸມທຸກກຳລັງ ແລະ ສະຕິເຫື່ອແຮງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ປຸກລະດົມເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ-ການສອນ ນຳພາກສ່ວນຕ່າງໆ ໄປຊ່ວຍປະຊາຊົນຜູ້ທຸກຍາກ  ແລະ ນັກຮຽນຢູ່ເມືອງວຽງທອງ, ໄຊຈຳພອນ ລວມມູນຄ່າ 194.259.000 ກີບ, ປຸກລະດົມປັດໄຈຈາກມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງຊາດສາຂານະຄອນຫຼວງວຽງຈັນ, ອົງການຈັດຕັ້ງສັງຄົມ, ມູນນິທິ  ແລະ ບຸກຄົນ ນຳໄປມອບໃຫ້ໂຮງຮຽນ, ໂຮງໝໍ ແລະ ປະຊາຊົນ 7 ບ້ານຂອງເມືອງວຽງທອງ ແລະ 17 ບ້ານຂອງເມືອງໄຊຈຳພອນ ມູນຄ່າ 100.000.000 ກີບ, ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ເມືອງທ່າພະບາດ, ບໍລິຄັນ ແລະ ເມືອງປາກກະດິງເປັນປະເພດເຂົ້າສານຈຳນວນ 12,5 ໂຕ່ນ, ມູນຄ່າ 66.000.000 ກີບ ພ້ອມດ້ວຍເຄື່ອງອຸປະໂພກ, ບໍລິໂພກມູນຄ່າ 177.250.000 ກີບ.

      ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເຜີຍແຜ່, ເຊື່ອມຊຶມເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວໄດ້ 5 ຄັ້ງ, ມີສະມາຊິກແມ່ຍິງເຂົ້າຮ່ວມ 46 ເທື່ອຄົນ, ສາມາດປະເມີນ ແລະ ຄັດເລືອກໄດ້ສະມາຊິກແມ່ຍິງ 3 ດີ 10 ທ່ານ, ສ້າງຄອບຄົວດີໄດ້ 5 ຄອບຄົວ, ໄດ້ຮັບການຢັ້ງຢືນເປັນໜ່ວຍແມ່ຍິງ 3 ດີໄດ້ 5 ຄັ້ງ, ໄດ້ຫຼຽນໄຊແຮງງານຫຼຽນໄຊຊັ້ນ II 1 ທ່ານ, ຫຼຽນໄຊແຮງງານຊັ້ນ III 1 ທ່ານ, ຫຼຽນກາແຮງງານ 1 ທ່ານ, ໃບຍ້ອງຍໍຈາກລັດຖະບານ 2 ທ່ານ, ໃບຍ້ອງຍໍຈາກສູນກາງສະຫະພັນແມ່ຍິງ 4 ທ່ານ, ໃບຍ້ອງຍໍຈາກສູນກາງສະຫະພັນກຳມະບານ 4 ທ່ານ, ໃບຍ້ອງຍໍຈາກສູນກາງຊາວໜຸ່ມ 4 ທ່ານ, ໃບກຽດຕິຄຸນຈາກທ່ານເຈົ້າແຂວງ 3 ທ່ານ, ຮັບຟັງປາຖະກະຖາວັນສໍາຄັນຕ່າງໆຂອງຊາດ, ຂອງແຂວງໄດ້ 75 ຄັ້ງ.

          ຈາກນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາປະທານສະຫະພັນແມ່ຍິງສະຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ນາງ ເຂັມພອນ ໄຊນະສານ ເປັນປະທານສະຫະພັນແມ່ຍິງແນວລາວສ້າງຊາດ ແຂວງບໍລິຄຳໄຊ ຊຸດທີ V, ສະຫາຍ ນາງ ບຸນທະວີ ຄຸນພະທອງ ເປັນຮອງ ແລະ ສະຫາຍ ນາງ ພູມະນີ ປັນຍານຸວົງ ເປັນຜູ້ກວດກາ.

About admins16