ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງຊາວໜຸ່ມຮາກຖານພະແນກ ຖວທ ແຂວງ

        ກອງປະຊຸມໃຫຍ່ ຄັັ້ງທີ IX ຊາວໜຸ່ມຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 24 ທັນວາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ລັງສີ ໂພຄະສົມບັດ ເລຂາຊາວໜຸ່ມຮາກຖານພະແນກ ຖວທ ແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະຫາຍ ບົວສອນ ບຸດຊາວດອນ ຄະນະພະພັກພະແນກ ຖວທ ແຂວງ, ມີຄະນະຊາວໜຸ່ມຮາກຖານ, ສະມາຊິກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

        ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ໃນໄລຍະ 5 ປີຜ່ານມາ ວ່າ: ຊາວໜຸ່ມຮາກຖານພະແນກ ຖວທ ແຂວງບໍລິຄຳໄຊ​​ ປະກອບມີ 5 ໜ່ວຍຂຶ້ນກັບ ມີສະມາຊິກຊາວໜຸ່ມ ທັງໝົດ 57 ສະຫາຍ, ຍິງ 28 ສະຫາຍ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ເຮັດໃຫ້ແຕ່ລະສະຫາຍມີແນວຄິດອຸ່ນອຽນ-ທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ ເຊິ່ງສະແດງອອກ ຄື:ເຂົ້າຮ່ວມຟັງການໂອ້ລົມ ແລະ ປາຖະກະຖາມູນເຊື້ອວັນສຳຄັນຕ່າງໆ ທີ່ຂັ້ນແຂວງຈັດຂຶ້ນໄດ້ທັງໝົດ 102 ຄັ້ງ, ຈໍານວນ 510 ກວ່າເທື່ອຄົນ, ໄດ້ຕັ້ງໜ້າຝືກຝົນຫຼໍ່ຫຼອມ ພັດທະນາຕົນເອງ ຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ ເຮັດໃຫ້ 1 ຮາກຖານ, 5 ໜ່ວຍໄດ້ຮັບນາມມະຍົດເປັນຮາກຖານ ແລະ ໜ່ວຍເຂັ້ມແຂງ 4 ບຸກ ປະຈຳປີ 2017 ປີ 2018, ປີ 2019, ປີ 2020, ໄດ້ຮັບນາມມະຍົດທຸງໄຊນຳໜ້າ 4 ບຸກ 3 ປີ ຊ້ອນ, ປີ 2021 ມີສະມາຊິກຊາວໜຸ່ມໄດ້ຮັບການຍ້ອງຍໍຂັ້ນແຂວງ ຈຳນວນ  57 ສະຫາຍ, ຍິງ 28 ສະຫາຍ, ໄດ້ຮັບໃບຢັ້ງຢືນເປັນຄອບຄົວວັດທະນະທຳໃໝ່, ເປັນຄອບຄົວ 3 ດີ, ຄອບຄົວປອດຄະດີ  ແລະ  ກາຍເປັນຄອບຄົວພັດທະນາດີ.

    ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະຮາກຖານ ຊຸດໃໝ່ ແລະ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ແສງອາລຸນ ຈິດຕະວົງ ເປັນເລຂາຊາວໜຸ່ມຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຊຸດທີ IX, ສະຫາຍ ນາງ ລຸ້ງລາວັນ ສີລິວົງສາ ເປັນຮອງເລຂາ, ສະຫາຍ ນາງ ຂັນທະລີ ແກ້ວວົງວິຈິດ ເປັນຜູ້ກວດກາ, ສະຫາຍ ວຽງສາລີ ອຸມາລີ ແລະ ສະຫາຍ ສອນວິໄຊ ສີຫາລາດ ເປັນຄະນະ.

       ຕອນທ້າຍກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2021 ແລະ ໃບຍ້ອງຍໍໃຫ້ແກ່ຊາວໜຸ່ມຮາກຖານພະແນກ ຖວທ ແຂວງ ເປັນກຽດມອບໂດຍສະຫາຍ ທອງມະນີ ໂຄປັນຍາ ເລຂາຄະນະບໍລິຫານງານຊາວໝຸ່ມແຂວງ ແລະ ຮັບໂດຍ ສະຫາຍ ລັງສີ ໂພຄະສົມບັດ ເລຂາຊາວໜຸ່ມຮາກຖານພະແນກ ຖວທ ແຂວງ.

About admins16