ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 9 ຂອງແນວລາວສ້າງຊາດບ້ານປ່າຄາ


ກອງປະຊຸມໃຫຍ່ຄັ້ງທີ 9 ຂອງຄະນະກຳມະການແນວລາວສ້າງຊາດ ບ້ານປ່າຄາ ເມືອງຄຳເກີດ ແຂວງບໍລິຄຳໄຊ ໃດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 4 ພາຈິກ 2020 ພາຍໃຕ້ການເປັນປະທານຂອງທ່ານ ຄໍາປານ ວໍລະຈັກ ປະທານແນວລາວສ້າງຊາດບ້ານ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳຫມັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຄຳເກີດ.


ກອງປະຊຸມ ໃດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກ ຈາກ ທ່ານ ຄຳປານ ວໍລະຈັກ ວ່າ: ບ້ານປ່າຄາ ປະກອບມີ 90 ຫຼັງຄາເຮືອນ, ມີ 96 ຄອບຄົວ, ມີພົນລະເມືອງທັງໝົດ 571 ຄົນ, ຍີງ 256 ຄົນປະກອບມີ 2 ເຜົ່າ ຄື: ເຜົ່າປູນ ແລະ ເຜົ່າບໍ່.

ໃນໄລຍະ 5 ປີ ຜ່ານມາ ຄະນະກຳມະການແນວລາວສ້າງຊາດບ້ານ ໃດ້ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ, ຊັ້ນຄົນທຸກເພດໃວ ໃຫ້ຮັບຮູ້ໄດ້ລະບຽບກົດຫມາຍ ກໍ່ຄືແນວທາງນະໂຍບາຍຂອງພັກວາງອອກ, ຕັ້ງຫນ້າປຸກລະດົມປວງຊົນເຂົ້າໃນວຽກງານປ້ອງກັນຊາດປ້ອງກັນຄວາມສະງົບ ຢ່າງເປັນປົກກະຕິ, ກໍ່ສ້າງປັບປຸງວຽກງານໃຫ້ມີຄວາມເຂັ້ມແຂງ, ປະຕິບັດວຽກງານຕາມພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຕົນ, ເພີ່ມທະວີຄວາມສາມັກຄີບັນດາເຜົ່າໃຫ້ມີຄວາມສາມັກຄີ ຊ່ວຍເຫລືອເຊີ່ງກັນ ແລະ ກັນຢ່າງແໜ້ນແຟ້ນ.

ກອງປະຊຸມ ໃດ້ເປັນເອກະພາບກັນ ຮັບຮອງເອົາຂໍ້ຕົກລົງການແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດບ້ານປ່າຄາ ເລກທີ 087/ນສຊ.ມຄກ, ລົງວັນທີ 03 ພາຈິກ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳປານ ວໍລະຈັກ ເປັນປະທານແນວລາວສ້າງຊາວບ້ານ, ທ່ານ ຊຽງໝັ້ນ ເປັນຮອງ, ທ່ານ ຊຽງສອນ ເປັນຮອງ, ທ່ານ ຊຽງຕາ ເປັນຮອງ ແລະ ທ່ານ ໄມທອນ ເປັນຮອງ.

ເພື່ອເປັນການຍ້ອງຍໍບຸກຄົນ ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ 5 ປີຜ່ານມາ ກອງປະຊຸມ ໄດ້ຈັດພິທີມອບໃບຍ້ອງຍໍ ໃຫ້ 9 ທ່ານ ແລະ ໃບຊົມເຊີຍຈຳນວນ 4 ທ່ານ.

ໃນຕອນທ້າຍກອງປະຊຸມ ທ່ານ ຄຳໝັ້ນ ໄຊຍະວົງ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງຄຳເກີດ ໃດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອຶ່ນ ທ່ານໃດ້ຍ້ອງຍໍຊົມເຊີຍຕໍ່ຄະນະກຳມະການແນວລາວສ້າງຊາດບ້ານ ທີ່ຈັດຕັ້ງປະຕິບັດວຽກໃນໄລຍະ 5 ຜ່ານມາ ໃດ້ຮັບຜົນສຳເລັດຫຼາຍດ້ານ ແລະ ທ່ານໃດ້ຮຽກຮ້ອງມາຍັງຄະນະກຳມະການຊຸດໃໝ່ ຈົ່ງພ້ອມກັນຮັກສາໃວ້ຄວາມສາມັກຄີບັນດາເຜົ່າ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊົນຊົນບັນດາເຜົ່າຢ່າງຕໍ່ເນື່ອງແລະ ເປັນປົກກະຕິ, ພ້ອມທັງນຳເອົາເນື້ອໃນຈິດໃຈຂອງຜົນສຳເລັດຂອງກອງປະຊຸມຄັ້ງນີ້ໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ກ້ວາງຂວາງ ແລະ ເລິກເຊີ່ງໃນໝູ່ມະຫາຊົນ ທີ່ຕົນຮັບຜິດຊອບໃຫ້ໄດ້ຮັບໝາກຜົນສູງ.

About admin11