ສຳເລັດກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 5 ສະໄຫມທີ VII

ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກເມືອງປາກກະດິງ ຄັ້ງທີ 5 ສະໄຫມທີ VII ໄດ້ຈັດຂື້ນ ແລະ ສຳເລັດລົງໃນວັນທີ 27 ມັງກອນ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດຂອງເມືອງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ຈັນທະນາສຸກ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງປາກກະດິງ, ມີຄະນະປະຈຳ-ກຳມະການພັກເມືອງ, ເລຂາຄະນະພັກພາຍໃນເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2020 ແລະ ກຳນົດທິດທາງແຜນການປີ 2021.

ໄລຍະ 1 ປີຜ່ານມາ ທົ່ວເມືອງປາກກະດິງ ມີຄວາມສະຫງົບໂດຍພື້ນຖານ, ພະນັກງານ-ທະຫານ-ຕຳຫຼວດ ແລະ ປະຊາຊົນ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ, ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສາມາດເກັບລາຍຮັບງົບປະມານໄດ້ 92,19% ທຽບໃສ່ແຜນຂອງປີ ຫຼຸດລົງ 8,78% ສາເຫດ ແມ່ນຍ້ອນມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຫຼາຍກິດຈະກຳບໍ່ໄດ້ເຄື່ອນໃຫວ.

ເຖີງແນວໃດກໍ່ຕາມ ປະຊາຊົນໄດ້ສຸມໃສ່ການປູກຝັງ-ການລ້ຽງ ທັງລະດູຝົນ ແລະ ລະດູແລ້ງ ແນໃສ່ກຸ້ມຕົນເອງ ແລະ ຂາຍເປັນສິນຄ້າເຂົ້າໂຮງງານ ແລະ ຕາມທ້ອງຕະຫຼາດ, ກົງຈັກການຈັດຕັ້ງໃນລະບົບການເມືອງ ກໍ່ໄດ້ສືບຕໍ່ປັບປຸງຊັບຊ້ອນພະນັກງານນຳພາຄຸ້ມຄອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ນັບຕັ້ງແຕ່ຫ້ອງການລົງຮອດຮາກຖານບ້ານ.

ແຕ່ກໍ່ຍັງມີປະຊາຊົນ ແລະ ກຸ່ມຄົນບໍ່ດີຈຳນວນໜຶ່ງ ບໍ່ປະຕິບັດຕາມລະບຽບກົດໝາຍ ເປັນຕົ້ນແມ່ນ ຍັງມີການລັກລອບຄ້າຂາຍເຖື່ອນ, ພົວພັນກັບສິ່ງເສບຕິດ, ລັກຊັບພົນລະເມືອງ ແລະ ອື່ນໆ.

ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນຮ່ວມກັນຢ່າງກົງໄປກົງມາ, ພ້ອມທັງຕອບຄຳຖາມເຈາະຈີ້ມວຽກງານບາງດ້ານທີ່ເຄັ່ງຮ້ອນ ເພື່ອພ້ອມກັນວາງທິດທາງແຜນການໃນຕໍ່ໜ້າໃຫ້ຖືກຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ໃນໂອກາດດຽວກັນ ຍັງໄດ້ມີພິທີມອບໃບຢັ້ງຢືນໃຫ້ 4 ບ້ານ ເປັນບ້ານໜັກແໜ້ນເຂັ້ມແຂງປະຈຳປີ 2020, ມອບໃບຢັ້ງຢືນໃຫ້ 29 ບ້ານ ເປັນບ້ານພັດທະນາ 4 ດ້ານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ 32 ທ່ານ, ປະດັບຫຼຽນກາແຮງງານ ຊັ້ນ III ໃຫ້ 18 ທ່ານ ທີ່ມີຜົນງານດີເດັ່ນປະກອບສ່ວນຮັບໃຊ້ປີທ່ອງທ່ຽວລາວ 2018.

About admin11