ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 9 ສະໄໝ ທີ VII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງບໍລິຄຳໄຊ ຄັ້ງທີ 9 ສະໄໝ ທີ VII ໄດ້ໄຂຂຶ້ນໃນວັນທີ 24 ຕຸລາ ແລະ ສຳເລັດລົງໃນວັນທີ 25 ຕຸລາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI, ມະຕິຂອງກຳມະການກົມການເມືອງສູນກາງພັກ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການນຳພາ – ຊີ້ນຳ ບັນດາແຂວງ, ການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ່ VII, ສະຫຼຸບວຽກງານຮອບດ້ານຂອງແຂວງ, ບັນດາພະແນກການ ແລະ ເມືອງ ໃນໄລຍະ 9 ເດືອນປີ 2022, ກອງປະຊຸມໄດ້ຍົກໃຫ້ເຫັນສະພາບການຂອງໂລກ ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ເຄັ່ງຮ້ອນ, ສຳລັບຢູ່ປະເທດເຮົາ ກໍ່ຄືແຂວງບໍລິຄຳໄຊ ແມ່ນຍັງປະເຊີນໜ້າກັບສະພາບໄພເງິນເຟີ້, ລາຄານໍ້າມັນເຊື້ອໄຟ ທີ່ມີການເໜັງຕີງ ແລະ ມີທ່າອ່ຽງນັບມື້ເພີ່ມຂຶ້ນ.

ກອງປະຊຸມ ໄດ້ເຫັນດີເປັນເອກະພາບກັນ ດັ່ງນີ້: ສືບຕໍ່ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ຄັ້ງທີ VII ອົງຄະນະພັກແຂວງ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ຕິດພັນກັບຈັດກອງປະຊຸມທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ( ໄລຍະກາງສະໄໝ ) ເພື່ອເປັນການກວດກາຕີລາຄາການນຳພາ – ຊີ້ນຳການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ – ສັງຄົມຂັ້ນຂອງຕົນ, ສືບຕໍ່ນຳພາປະຕິບັດແນວປ້ອງກັນຊາດ – ປ້ອງ ກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ເອົາໃຈໃສ່ແກ້ໄຂບັນຫາໜໍ່ແໜງຄວາມບໍ່ສະຫງົບ ເປັນຕົ້ນ ບັນຫາຕັ້ງສະນຳ, ເຂດຈຸດສຸມໃຈກາງຫຼໍ່ແຫຼມ, ວຽກງານຮາກຖານຕາມຊາຍແດນ, ບັນຫາຢາເສບຕິດ ແລະ ການແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ, ປັບປຸງກອງຫຼອນ – ປກສ ຢູ່ຮາກຖານບ້ານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກຳລັງ ແລະ ສັງຄົມ ໃຫ້ມີຄວາມສະຫງົບ, ກະກຽມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ – ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບ – ກົດໝາຍ ຢ່າງເຂັ້ມງວດ, ຕິດຕາມ ແລະ ຄຸ້ມຄອງການລົງທຶນຂອງລັດ ໃນການຢັ້ງຢືນຊໍາລະບັນດາໂຄງການລົງທຶນທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ – ກົດໝາຍ ຢ່າງເຂັ້ມງວດ, ສົ່ງເສີມການຜະລິດເປັນສິນຄ້າ, ນຳໃຊ້ເຕັກນິກວິທະຍາສາດເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ, ຊຸກຍູ້ການເກັບກ່ຽວຜົນຜະລິດເຂົ້ານາປີ ແລະ ກະກຽມປູກເຂົ້ານາແຊງ, ປູກພືດ, ລ້ຽງສັດ ແລະ ລ້ຽງປາ ເພື່ອຕອບສະໜອງດ້ານສະບຽງອາຫານ ແລະ ເປັນສິນຄ້າ, ອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ສາມາດເຂົ້າຫາແຫຼ່ງທຶນດອກເບ້ຍຕໍ່າໃຫ້ຫຼາຍຂຶ້ນ, ສືບຕໍ່ຕິດຕາມລາຄາສິນຄ້າ, ຕິດປ້າຍລາຄາ ເປັນເງິນກີບລາວ, ເອົາໃຈໃສ່ວຽກງານປະເມີນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ບ້ານເປັນຫົວໜ່ວຍພັດທະນາ ປີ 2022 ໃຫ້ສຳເລັດ, ສ້າງບ້ານພັດທະນາ ໃຫ້ໄດ້ 11 ບ້ານ, ສ້າງບ້ານພົ້ນທຸກ ໃຫ້ໄດ້ 5 ບ້ານ, ສ້າງຄອບຄົວພົ້ນທຸກ ໃຫ້ໄດ້ 579 ຄອບຄົວ, ຄອບຄົວພັດທະນາ ໃຫ້ໄດ້ 979 ຄອບຄົວ.

About admins16