ສຳມະນາ ກ່ຽວກັບການປະຕິວັດອຸດສາຫະກໍາ ຄັ້ງທີ 4

ກອງປະຊຸມສຳມະນາກ່ຽວກັບການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍການເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີການນຳຂອງແຂວງ ແລະ ບັນດາພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການນຳສະເໜີ ປະຫວັດຄວາມເປັນມາຂອງການປະຕິວັດອຸດສາຫະກໍາ ເຊີ່ງຄັ້ງທີ່ 1 ເກີດຂຶ້ນໃນທ້າຍສະຕະວັດທີ XVIII (ປີ 1784) ໄດ້ຄົ້ນພົບການນໍາໃຊ້ “ອາຍນໍ້າ” ທີ່ນຳໃຊ້ເປັນພະລັງໃຫ້ແກ່ເຄື່ອງຈັກອຸດສາຫະກໍາ, ຄັ້ງທີ 2 ໃນທ້າຍສະຕະວັດທີ XIX (ປີ 1870) ໄດ້ຄົ້ນພົບພະລັງງານໄຟຟ້າ, ຖ່ານຫີນ, ນໍ້າມັນ, ແລະ ນິວເຄຍ, ສາຍພານການຜະລິດຂະໜາດໃຫຍ່ ແລະ ການຜະລິດອາວຸດຍຸດໂທປະກອນທັນສະໄໝ, ຄັ້ງທີ 3 ໃນທ້າຍສະຕະວັດທີ XX (ປີ 1960) ໄດ້ຄົ້ນພົບ ແລະ ປະດິດເຄື່ອງຈັກຄິດເລກທັນສະໄໝ (Computer), ສາມາດຄົ້ນຄວ້ານໍາໃຊ້ທໍາມະຊາດຢູ່ບົນໂລກ, ຍານອາວະກາດ, ພື້ນມະຫາສະໝຸດ ແລະ ການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຫຼື “ ຍຸກອຸດສາຫະກໍາ 4.0 ” ເລີ່ມຕົ້ນໃນສະຕະວັດທີ XXI (ປີ 2016)ເປັນຕົ້ນມາ ໄດ້ຄົ້ນພົບເຕັກໂນໂລຊີດີຈີຕ໋ອນ, ອິນເຕີເນັດແຫ່ງສັບພະສິ່ງ, ເທັກໂນໂລຊີ ແລະ ການພັດທະນາຫຸ່ນຍົນ, ອຸດສາຫະກໍາແບບອັດສະລິຍະ, ປັນຍາປະດິດ ແລະ ນະວັດຕະກໍາໃໝ່. “ ຍຸກອຸດສາຫະກໍາ 4.0 ” ເສດຖະກິດຂອງໂລກກ້າວເຂົ້າສູ່ ເສດຖະກິດແຫ່ງພູມປັນຍາອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ ເຊື່ອມເຂົ້າຫາກັນ, ການຄ້າ ແລະ ການບໍລິການ ເຂົ້າເຖິງຜູ້ຊົມໃຊ້ໂດຍກົງ, ການຜະລິດຈະນໍາໃຊ້ເຕັກໂນໂລຊີ ກ້າວໜ້າແບບອັດຕະໂນມັດ, ໃຊ້ລະບົບບັນຊາຄຸ້ມຄອງແບບດີຈີຕ໋ອນ, ການພົວພັນແບບທຸລະກິດ-ທຸລະກິດ ຫຼື ທຸລະກິດ-ຜູ້ຊົມໃຊ້ໂດຍກົງ, ການຄ້າຂາຍຈະຜ່ານອິນເຕີເນັດ, ການຊໍາລະສະສາງຜ່ານລະບົບມືຖືອັດສະລິຍະ ນໍາໃຊ້ລະບົບ QR Code ໂດຍບໍ່ນໍາໃຊ້ເງິນສົດ ແລະ ອື່ນໆ.

ພ້ອມດຽວກັນ ຍັງໄດ້ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງທ້າທາຍຂອງ ສປປ ລາວ ທີ່ຈະກ້າວເຂົ້າສູ່ຍຸກອຸດສາຫະກໍາ 4.0 ໂດຍສະເພາະການຂາດເຂີນ ຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດສູງ, ທ່າແຮງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຍັງບໍ່ເຂັ້ມແຂງ ເປັນຕົ້ນແມ່ນດ້ານ IT, ຟີຊິກ ແລະ ເຕັກໂນໂລຊີຊີວະພາບ ແລະ ດ້ານອື່ນໆ. ປະຈຸບັນນີ້ ລະດັບການພັດທະນາສູ່ຍຸກອຸດສາຫະກໍາ 4.0 ຂອງບັນດາປະເທດອາຊຽນ, ສປປ ລາວ ຢູ່ໃນລະດັບ 4 ຮ່ວມກັບກຳປູເຈ່ຍ ແລະ ສສ ຫວຽດນາມ ລະດັບ 1 ແມ່ນ ສິງກະໂປ, ລະດັບ 2 ມາເລເຊຍ, ລະດັບ 3 ແມ່ນ ໄທ, ຟີລິບປີ່ນ ແລະ ອິນໂດຍເນເຊຍ.

ເພື່ອສົ່ງເສີມຄວາມຮູ້ພື້ນຖານດ້ານເຕັກນິກວິທະຍາສາດ ພ້ອມທັງສ້າງຈີນຕະນາການ ແລະ ແນວຄິດສ້າງສັນ ໃຫ້ແກ່ນ້ອງນັກຮຽນ ໃນພິທີ ທີມງານໂຄງການນ້ອງຢາກເປັນນັກວິທະຍາສາດ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ມີກິດຈະກຳໃຫ້ຄວາມຮູ້ທາງວິທະຍາສາດ ດ້ວຍການສະແດງທົດລອງ ເປັນຕົ້ນແມ່ນ ການເຮັດໃຫ້ໄຂຈົມ-ໄຂຟູນ້ຳ, ພູເຂົາໄຟລະເບີດ, ສູບປຸມເປົ້າຈາກນ້ຳສົ້ມສາຍຊູ, ເບັກກິ່ງໂຊດາ ແລະ ກິດຈະກຳອື່ນໆ ທີ່ໄດ້ສ້າງສຽງຫົວ, ສ້າງຄວາມຮູ້, ຄວາມຕື່ນເຕັ້ນ ໃຫ້ແກ່ນ້ອງນັກຮຽນ ແລະ ແຂກທີ່ເຂົ້າຮ່ວມຮັບຊົມ.

About admins14