ສາມພາກສ່ວນ ມອບທືນຊ່ວຍເຫຼືອສ້າງເຮືອນໃຫ້ກັບຄອບຄົວທີ່ຍັງບໍ່ພົ້ນທຸກ ຢູ່ເມືອງທ່າພະບາດ

 

ເພື່ອເປັນການບັນເທົາທຸກ ແລະ ຊ່ວຍເຫລືອຄອບຄົວທີ່ຍັງບໍ່ທັນພົ້ນທຸກຂອງເມືອງ ໃນຕອນບ່າຍ ຂອງວັນທີ 26 ກຸມພາ 2021 ຢູ່ທີ່ຫ້ອງວ່າການປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ – ຮັບທືນຊ່ວຍເຫຼືອ ໃຫ້ກັບຄອບຄົວຍັງບໍ່ທັນພົ້ນທຸກຂື້ນ, ໂດຍມີຄອບຄົວ ທ່ານ ສົມສະໜຸກ ດາວອິນທະຈັກ ມອບເງີນຈຳນວນເງີນ 18.000.000 ກີບ, ບໍລິສັດ ປິໂຕຣລ້ຽມເທຣດດິ້ງລາວມະຫາຊົນຈຳກັດ ມູນຄ່າ 14.000.000 ກີບ ແລະ ບໍລິສັດ ຈະເລີນສຸກກໍ່ສ້າງຂົວທາງ ແລະ ຊົນລະປະທານຈຳກັດ ຊ່ວຍເຫຼືອ 7.000.000 ກີບ.

ຕາງໜ້າຂື້ນມອບທືນຊ່ວຍເຫຼືອດັ່ງກ່າວນີ້ໂດຍ ທ່ານ ເກດສະໜາ ພັນສາລະວົງ ເປັນຜູ້ກ່າວມອບ ແລະ  ໃຫ້ກຽດຂື້ນຮັບໂດຍ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ

ເງີນຊ່ວຍເຫຼືອດັ່ງກ່າວນີ້ ທາງອຳນາດການປົກຄອງເມືອງ ຈະໄດ້ນຳໄປມອບໃຫ້ຄອບຄົວທີ່ທຸກຍາກພາຍໃນເມືອງ ຕາມເປົ້າໝາຍການຊ່ວຍເຫຼືອຂອງເມືອງ  ແລະ ໃນວັນດຽວກັນ ການນຳເມືອງພ້ອມດ້ວຍທີມງານທີ່ຊ່ວຍເຫຼືອ ກໍ່ໄດ້ລົງເບີ່ງສະພາບຕົວຈິງເຮືອນເປົ້າໝາຍ ທີ່ຈະໄດ້ຮັບການຊ່ວຍເຫຼືອ ຄື: ຄອບຄົວ ທ້າວໃຈ ທີ່ບ້ານນ້ຳໂລ້ ແລະ ຄອບຄົວຂອງ ທ້າວເຈັກ ຢູ່ທີ່ບ້ານ ໜອງເກີນ ພ້ອມທັງໄດ້ມອບເງີນໃຫ້ສອງຄອບຄົວເພີ່ມອີກ ຈຳນວນ 13,000,000 ກີບ.

About admin11