ສານອວຍພອນຈາກທ່ານເຈົ້າແຂວງ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2564

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2563 ແລະ ຕ້ອນຮັບປີໃໝ່ ພສ 2564 ທີ່ຈະມາເຖີງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ-ແຂວງບໍລິຄຳໄຊ ໄດ້ສົ່ງສານອວຍພອນບຸນປີໃໝ່ລາວປະຈຳປີ ພ.ສ 2564 ເຖີງ ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊວ່າ: ໃນວາລະໂອກາດສົ່ງທ້າຍປີເກົ່າ ພ.ສ 2563 ປີຊວດ ແລະ ຕ້ອນຮັບປີໃໝ່ ພ.ສ 2564 ປີສະຫຼູ ຂ້າພະເຈົ້າ ຖືໂອກາດເລີກງາມຍາມດີວັນທີ່ເປັນມຸງຄຸນນີ້ ສົ່ງຄຳອວຍພອນປະເສີດ ມາຍັງພີ່ນ້ອງຊາວແຂວງບໍລິຄຳໄຊທຸກທົ່ວໜ້າ ກໍ່ຄືຊາວຕ່າງດ້າວທີ່ດຳລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກີນ ຢູ່ແຂວງບໍລິຄຳໄຊ ຂໍໃຫ້ທຸກທ່ານຈົ່ງປະສະຈາກໂລກໄພໄຂ້ເຈັບ, ມີພາລານາໄມສົມບູນ, ມີຄວາມຜາສຸກ ແລະ ຈະເລີນກ້າວໜ້າທຸກປະການ. ໃນປີເກົ່າ  ປີຊວດ ພ.ສ 2563  ທີ່ພວມຜ່ານພົ້ນໄປນີ້ ເປັນປີແຫ່ງຄວາມພະຍາຍາມບຸກບືນສູ່ຊົນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ທີ່ໄດ້ມີຄວາມພະຍາຍາມໃນການອອກເຫື່ອເທແຮງປະກອບສ່ວນສຸມທຸກກຳລັງແຮງເຂົ້າໃນການສ້າງສາພັດທະນາແຂວງ ເປັນຂະບວນຟົດຟື້ນສະເໝີມາ, ເຫດການພົ້ນເດັ່ນກວ່າໝູ່ແມ່ນໄດ້ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ສຳເລັດການໄປໃຊ້ສິດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ II ແລະ ໄດ້ສຳເລັດກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II.

ເຖິງວ່າ ພ.ສ 2563 ຜ່ານມາ ແຂວງພວກເຮົາປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນການລະບາດຂອງພະຍາດໂຄວິດ-19 ໄດ້ກະທົບຮອບດ້ານຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ແລະ ການປະຕິບັດໜ້າທີ່ວຽກງານຕ່າງໆຂອງແຕ່ລະພາກສ່ວນ ແຕ່ພາຍໃຕ້ການນຳພາຂອງຄະນະພັກ-ອົງການປົກຄອງທຸກຂັ້ນ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງພີ່ນ້ອງປະຊາຊົນໃນທົ່ວແຂວງ, ພວກເຮົາມີຄວາມພູມໃຈທີ່ເຫັນວ່າ: ແຂວງບໍລິຄຳໄຊຂອງພວກເຮົາຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ, ເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວ, ອົງການປົກຄອງທຸກຂັ້ນໄດ້ຮັບການປັບປຸງບູລະນະ, ປະຊາຊົນມີຄວາມເຊື້ອໝັ້ນ ແລະ ໄວ້ວາງໃຈຕໍ່ການນຳພາຂອງພັກ-ລັດ, ຊີວິດການເປັນຢູ່ທາງວັດຖຸ ແລະ ຈິດໃຈ ນັບມື້ດີຂື້ນ, ຄວາມທຸກຍາກໄດ້ຕີຖອຍເປັນກ້າວໆ. ນະໂອກາດອັນເລີກງາມຍາມດີ ແລະ ເປັນສີລິມຸງຄຸນນີ້ ຂ້າພະເຈົ້າຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງ, ສະພາປະຊາຊົນ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ແພດ-ໝໍ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊທຸກທົ່ວໜ້າທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ, ພິເສດ ພ້ອມກັນປະກອບສ່ວນຢ່າງແຂງແຮງໃນການປ້ອງກັນ, ສະກັດກັ້ນ, ຕ້ານການລະບາດພະຍາດໂຄວິດ-19 ມີຄວາມປອດໄພທຸກປະການ.

ໃນໂອກາດ ປີໃໝ່ ພ.ສ 2564 ທີ່ຈະມາເຖີງນີ້ ເປັນປີທີ່ມີຄວາມໝາຍສຳຄັນ ເຊິ່ງພວກເຮົາພວມພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ, ສ້າງວີຖິຊີວິດແບບໃໝ່ ແລະ ສ້າງການຫັນປ່ຽນໃໝ່ຮອບດ້ານ. ໃນໂອກາດນີ້ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພີ່ນ້ອງຊາວແຂວງບໍລິຄຳໄຊ ທຸກທົ່ວໜ້າ ຈົ່ງພ້ອມກັນສະເຫຼີມສະຫຼອງປີໃໝ່ລາວ ປີສະຫຼູ ພ.ສ 2564 ຖືວ່າເປັນໂອກາດເສີມຂະຫຍາຍມູນເຊື້ອ, ຮີດຄອງປະເພນີອັນດີງາມຊາດທີ່ພວກເຮົາສືບທອດມາແຕ່ບັນພະບູລຸດ ແລະ ສະຫຼອງປີໃໝ່ບົນຈິດໃຈປະຢັດມັດທະຍັດ, ປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ການລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພ້ອມກັນສະຫຼອງປີໃໝ່ດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວເພື່ອຄວາມສະຫງົບ ແລະ ຄວາມປອດໄພ. ກ້າວເຂົ້າສູ່ປີສະຫຼູ ພສ 2564  ຂ້າພະເຈົ້າ  ຂໍອວຍພອນໄຊອັນປະເສີດ ມາຍັງທຸກທ່ານ ຂໍໃຫ້ໂຊກດີ, ມີຄວາມສຸກ ສົດຊື່ນ ແລະ ສົມຫວັງ, ມີອາຍຸວັນນະ, ສຸກຂາ, ພາລະ ດ້ວຍເຖີດ  ”ສະບາຍດີປີໃໝ່ລາວ”.

About admins16