ສານອວຍພອນຈາກທ່ານເຈົ້າແຂວງບໍລິຄຳໄຊ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ພ.ສ 2565

ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ-ແຂວງບໍລິຄຳໄຊ ໄດ້ຜ່ານສານອວຍພອນບຸນປີໃໝ່ລາວປະຈຳປີ ພ.ສ 2565 ວ່າ: ໃນໂອກາດສົ່ງທ້າຍປີເກົ່າ “ປີສະຫຼູ”ພ.ສ 2564 ແລະ ຕ້ອນຮັບປີໃໝ່ “ປີຂານ” ພ.ສ 2565, ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ, ສະພາປະຊາຊົນແຂວງ ແລະ ໃນນາມສ່ວນຕົວ ຂໍຖືໂອກາດເລີກງາມຍາມດີ ວັນທີ່ເປັນສິລິມົງຄຸນນີ້, ສົ່ງຄໍາອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຊາວແຂວງບໍລິຄໍາໄຊ, ຊາວຕ່າງດ້າວ-ຕ່າງປະເທດທີ່ດໍາລົງຊີວິດ,ທໍາມາຫາກິນ…ໃນເຂດແຂວງບໍລິຄໍາໄຊ ຕະຫຼອດເຖິງພະນັກງານທະຫານ-ຕໍາຫຼວດທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງໄກຊອກຫຼີກ-ທຸລະກັນດານ ຂໍໃຫ້ທຸກໆທ່ານ ຈົ່ງປາສະຈາກໂລກໄພໄຂ້ເຈັບ, ປອດໄພຈາກພະຍາດໂຄວິດ-19, ມີພະລານາໄມສົມບູນ, ສຸກກາຍສຸກໃຈ ແລະ ມີຄວາມຈະເລີນ ກ້າວໜ້າທຸກປະການ.

ໃນປີເກົ່າ ພສ 2564 ທີ່ພວມຈະຜ່ານພົ້ນໄປນີ້, ເວົ້າລວມແລ້ວ ກໍເປັນອີກປີແຫ່ງຄວາມພະຍາຍາມບຸກບືນ ຂອງທົ່ວອົງການຈັດຕັ້ງພັກ-ລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນຊາວແຂວງບໍລິຄໍາໄຊໃນການອອກເຫື່ອເທແຮງ, ສຸມທຸກກໍາລັງເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຢ່າງເປັນຂະບວນຟົດຟື້ນສະເໝີມາ. ເຫດການທີ່ພົ້ນເດັ່ນກວ່າໝູ່ ແມ່ນພວກເຮົາໄດ້ເຂົ້າຮ່ວມການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ມະຕິ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງແຂວງ, ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍ: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ການເຄື່ອນໄຫວສະກັດກັ້ນ ແລະ ແກ້ໄຂ 4 ເຖື່ອນ ຕິດພັນກັບການຜັນຂະຫຍາຍ 9 ຫົວຂໍ້ສໍາມະນາວິທະຍາສາດ, ການເຄື່ອນໄຫວເຜີຍແຜ່ຜົນສໍາເລັດຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ IX, ສະພາປະຊາຊົນແຂວງຊຸດທີ II, ການເຄື່ອນໄຫວຂອງກອງທຶນ 1 ດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງພັກ-ລັດ, ຂົງເຂດ ປກຊ-ປກສ, ຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ລັດວິສາຫະກິດ, ທຸລະກິດລວມໝູ່-ສ່ວນບຸກຄົນ ແລະ ການເຄື່ອນໄຫວວຽກງານສໍາຄັນອື່ນໆ.ບັນດາເຫດການດັ່ງກ່າວ, ໄດ້ສະແດງໃຫ້ເຫັນ ຄວາມເຕີບໃຫຍ່ຂະຫຍາຍຕົວຂອງແຂວງ ໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະ ນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນຂອງທຸກຊັ້ນຄົນພາຍໃນແຂວງ, ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ຂອງປະຊາຊົນບັນດາເຜົ່າຊາວແຂວງບໍລິຄໍາໄຊ ຕໍ່ກັບການນໍາພາຂອງພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນຂອງພວກເຮົາ.

ເຖິງວ່າປີຜ່ານມາ, ແຂວງບໍລິຄໍາໄຊພວກເຮົາ ຈະປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ທີ່ກະທົບເຂົ້າໃສ່ກໍຕາມ, ແຕ່ພາຍໃຕ້ການນໍາພາຂອງອົງຄະນະພັກແຂວງ, ອົງການປົກຄອງທຸກຂັ້ນ, ການປະກອບສ່ວນຢ່າງຕັ້ງໜ້າຂອງອົງການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນທົ່ວແຂວງ.ພວກເຮົາມີຄວາມພາກພູມໃຈທີ່ເຫັນວ່າແຂວງບໍລິຄໍາໄຊສາມາດປະຕິບັດຄາດໝາຍສູ້ຊົນ ຂອງແຜນພັດທະນາເສດຖະກິດ-ສັງຄົມທີ່ວາງໄວ້ດ້ວຍຜົນສໍາເລັດທີ່ສໍາຄັນຈໍານວນບໍ່ໜ້ອຍເປັນຕົ້ນ: ພາຍໃນແຂວງເຮົາສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາເປັນກ້າວໆ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງກວ່າເກົ່າ; ປະຊາຊົນມີຄວາມສາມັກຄີປອງດອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ເພີ່ມຂຶ້ນ ການພົວພັນຮ່ວມມືກັບຕ່າງປະເທດ ບັນດາແຂວງໃກ້ຄຽງ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດຕິຜົນ.
ນະໂອກາດອັນເລີກງາມ, ຍາມດີ ແລະ ເປັນສີລິມົງຄຸນນີ້, ອີກເທື່ອໜຶ່ງຂ້າພະເຈົ້າຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ, ສະພາປະຊາຊົນ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ແພດໝໍ ແລະ ຄູອາຈານ, ນັກທຸລະກິດ, ຜູ້ປະກອບການ ຕະຫຼອດເຖິງພີ່ນ້ອງຊາວແຂວງບໍລິຄໍາໄຊທຸກຖ້ວນໜ້າທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງແຂວງໃນແຕ່ລະດ້ານຢ່າງຕັ້ງໜ້າ, ໂດຍສະເພາະໃນສະໜາມຮົບຕໍ່ສູ້ອັນດຸເດືອດຂອງການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດ ໂຄວິດ-19 ໃນແຕ່ລະໄລຍະ.

ທ່ານເຈົ້າແຂວງ ຍັງໄດ້ກ່າວຕື່ມອີກວ່າ ປີໃໝ່ ພ.ສ 2565 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບແຂວງບໍລິຄໍາໄຊ ຊຶ່ງພວກເຮົາຈະໄດ້ພ້ອມກັນ ສຸມໃສ່ຈັດຕັ້ງ ຜັນຂະຫຍາຍໜ້າທີ່ວຽກງານຫຼາຍຢ່າງທີ່ສໍາຄັນຂອງແຂວງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນທີ່ໄດ້ວາງໄວ້, ປະຕິບັດເປົ້າໝາຍຮອດປີ 2030:“ສ້າງແຂວງບໍລິຄໍາໄຊ ເປັນປະຕູເສດຖະກິດ, ແຫຼ່ງຜະລິດພະລັງງານ, ບໍລິການທາງຜ່ານ ຮັກສາສິ່ງແວດລ້ອມແບບຍືນຍົງ”ໃຫ້ມີໝາກຜົນເປັນກ້າວໆ.

ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ, ປະຊາຊົນຕ້ອງໄດ້ພ້ອມກັບອົງຄະນະພັກພັກ-ອົງການປົກຄອງ ຮ່ວມແຮງຮ່ວມໃຈກັນ ອອກແຮງສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIIຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ Vຂອງແຂວງວາງອອກໃຫ້ປະກົດຜົນເປັນຈິງ, ສ້າງວິຖີຊີວິດແບບໃໝ່, ສ້າງການຫັນປ່ຽນໃໝ່ໃນການທຳມາຫາກິນ, ການດຳລົງຊີວິດທີ່ກ້າວໜ້າທັນສະໄໝ, ຈຳກັດປັດເປົ່າສິ່ງຫຍໍ້ທໍ້ໃນສັງຄົມເຮົາໃຫ້ກາຍເປັນສັງຄົມ ທີ່ປອດໃສ, ສະອາດ, ຈົບງາມ ເປັນສັງຄົມທີ່ໂອບເອື້ອອາລີ, ຍຸຕິທຳ ແລະ ສີວິໄລ ຕາມມູນເຊື້ອອັນດີງາມຂອງຊາດ ທັງມີຄວາມຄິດປະດິດສ້າງ ແລະ ກ້າວໜ້າທັນຍຸກທັນເຫດການ.

ກ້າວເຂົ້າສູ່ປີໃໝ່ພ.ສ 2565 ນີ້, ຂໍຖືໂອກາດ ທີ່ເປັນມົງຄຸນ ແລະ ເລີກງາມຍາມດີນີ້, ຂ້າພະເຈົ້າ ຮຽກຮ້ອງມາຍັງພີ່ນ້ອງຊາວແຂວງບໍລິຄໍາໄຊຮ່ວມກັນສະເຫຼີມຫຼອງບຸນປີໃໝ່ບົນຈິດໃຈປະຢັດມັດທະຍັດ, ມີຄວາມປອດໄພແລະປະຕິບັດມາດຕະການປ້ອງກັນ, ຄວບຄຸມແລະສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ຈົ່ງພ້ອມກັນຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການທີ່ຈະເກີດຂຶ້ນໃນປີຈະມາເຖິງນີ້, ພ້ອມພາກັນສ້າງສາພັດທະນາແຂວງບໍລິຄຳໄຊໃຫ້ກ້າວໜ້າຈະເລີນຂຶ້ນໄປບໍ່ຢຸດຢັ້ງ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ຊາວແຂວງບໍລິຄຳໄຊ ທຸກທົ່ວໜ້າ, ຊາວຕ່າງປະເທດ ແລະ ຊາວຕ່າງດ້າວ ທີ່ກໍາລັງດຳລົງຊີວິດຢູ່ແຂວງບໍລິຄໍາໄຊຈົ່ງມີຄວາມສຸກ, ຄວາມຈະເລີນຕະຫຼອດປີໃໝ່ ແລະ ຕະຫຼອດໄປ ຂໍອວຍພອນໃຫ້ປີໃໝ່ “ປີຂານ”ພ.ສ 2565 ນີ້, ຈົ່ງເປັນປີທີ່ນຳເອົາຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນຊາວແຂວງບໍລິຄໍາໄຊດ້ວຍເທີ້ນ ສະບາຍດີປີໃໝ່!

About admins16