ສານອວຍພອນຂອງ ທ່ານເຈົ້າແຂວງບໍລິຄໍາໄຊ ໃນໂອກາດສະເຫຼີມສະຫຼອງ ນະຄອນດ່າໜັງ ຂື້ນເປັນນະຄອນຂອງຫວຽດນາມ ຄົບຮອບ 25 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງ ນະຄອນດ່າໜັງ ເປັນນະຄອນຂື້ນກັບສູນກາງ ສສ ຫວຽດນາມ ຄົບຮອບ 25 ປີ, ໃນນາມຕາງຫນ້າຄະນະພັກ, ອົງການປົກຄອງ ຕະຫຼອດຮອດປະຊາຊົນແຂວງບໍລິຄໍາໄຊ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງຄະນະພັກ, ສະພາປະຊາຊົນ, ອົງການປົກຄອງ ແລະ ປະຊາຊົນນະຄອນດ່າໜັງ ເຊິ່ງຕະຫຼອດໄລຍະ 25 ປີ ທີ່ຜ່ານມາ ພາຍໃຕ້ການນໍາພາຂອງພັກ ກອມມູນິດຫວຽດນາມ ເວົ້າລວມ, ເວົ້າສະເພາະ ຄະນະບໍລິຫານງານພັກນະຄອນດ່າໜັງ ສາມາດຍາດໄດ້ຜົນສໍາເລັດອັນໃຫ່ຍຫຼວງແບບກ້າວກະໂດດ ໃນການສ້າງສາພັດທະນານະຄອນດ່າໜັງ ເຮັດໃຫ້ພື້ນຖານເສດຖະກິດ, ວັດທະນະທໍາ – ສັງຄົມ ຂອງນະຄອນມີຄວາມເຂັ້ມແຂງຢູ່ໃນອັນດັບຕົ້ນຂອງປະເທດ, ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ໄດ້ຮັບການພັດທະນາສູງເດັ່ນຂື້ນ.

ສະເພາະ ແຂວງບໍລິຄໍາໄຊ ຂອງພວກເຮົາ ໃນໄລຍະຜ່ານມາ ໄດ້ມີການຮ່ວມມືມິດຕະພາບກັບ ນະຄອນດ່າຫນັງ, ໄດ້ມີການແຕ່ງຕັ້ງຄະນະການນໍາຂັ້ນສູງ ເດີນທາງໄປພົບປະແລກປ່ຽນ, ຢ້ຽມຢາມ ແລະ ເຮັດວຽກຮ່ວມກັນ, ໃນໂອກາດວັນບຸນສໍາຄັນຕ່າງໆ ກໍໄດ້ມີການອວຍພອນເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ພົ້ນເດັ່ນ ນະຄອນດ່າໜັງ ໄດ້ປະກອບສ່ວນດ້ານທຶນຮອນ ແລະ ຊ່ວຍເຫຼືອທຶນສ້າງບຸກຄະລາກອນຈໍານວນຫຼາຍ ເປັນຕົ້ນແມ່ນ ທຶນຊ່ວຍພະນັກງານ – ນັກຮຽນ ແຂວງບໍລິຄໍາໄຊ ໄປຮຽນຢູ່ມະຫາວິທະຍາໄລຕ່າງໆຂອງນະຄອນດ່າຫນັງ.

ສິ່ງດັ່ງກ່າວ ໄດ້ສະແດງເຖິງໄມຕີຈິດມິດຕະພາບ, ນ້ຳໃຈສາມັກຄີພິເສດ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ ນະຄອນດ່າໜັງ ໄດ້ມອບໃຫ້ແຂວງບໍລິຄໍາໄຊ ດ້ວຍດີຕະຫຼອດມາ. – ຂ້າພະເຈົ້າ ຂໍຕີລາຄາສູງຕໍ່ຜົນການຮ່ວມມືມິດຕະພາບ ລະຫວ່າງສອງທ້ອງຖິ່ນພວກເຮົາ ໃນໄລຍະຜ່ານມາ.

ພ້ອມນີ້ ໃນປີ 2022 ກໍຄືໄລຍະການກະກຽມສະເຫຼີມສະຫຼອງ ນະຄອນດ່າໜັງ ເປັນນະຄອນຂື້ນກັບສູນກາງ ສສ ຫວຽດນາມ ຄົບຮອບ 25 ປີ (01/1/1997 – 01/1/2022), ການກະກຽມສະເຫຼີມສະຫຼອງປີສາມັກຄີ ມິດຕະພາບລາວ – ຫວຽດນາມ (ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (05/9/1962 – 5/9/2012) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ (18/7/197718/7/2012) ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ສອງທ້ອງຖິ່ນພວກເຮົາຈະໄດ້ມີໂອກາດພົບປະ ແລະ ລົງນາມບົດບັນທຶກການຮ່ວມມືມິດຕະພາບ ຢ່າງເປັນທາງການ ແລະ ສະເຫຼີມສະຫຼອງປີສາມັກຄີມິດຕະພາບຮ່ວມກັນຢ່າງຟົດຟື້ນ.

ອວຍພອນແດ່ນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ຄວມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ – ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງບໍລິຄໍາໄຊ – ນະຄອນດ່າໜັງ ຈົ່ງເກີດດອກອອກຜົນ ແລະ ຫມັ້ນຄົງທະນົງແກ່ນຕະຫຼອດກາລະນານ.

About admins16