ສານປະຊາຊົນແຂວງບໍລິຄຳໄຊ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງສານປະຊາຊົນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນສົງ ເພັດຈະເລີນ ຄະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ໄລລາທອງ ຂັນຕິຍະລາດ ປະທານສານປະຊາຊົນແຂວງ, ມີຄະນະພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພະນັກງານລັດຖະກອນພາຍໃນສານປະຊາຊົນແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະຜ່ານມາ ວ່າ: ໂດຍປະຕິບັດຕາມແຈ້ງການແນະນຳ ຂອງຄະນະຈັດຕັ້ງແຂວງ ເລກທີ 1088/ຄຈ.ຂບຊ ລົງວັນທີ 16 ພະຈິກ 2020 ກ່ຽວກັບສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນທົ່ວແຂວງ ສານປະຊາຊົນແຂວງ ໄດ້ຈັດຕັ້ງເພື່ອຜັນຂະຫຍາຍມະຕິສະບັບເລກທີ 032/ກມສພ ໃຫ້ໄດ້ຮັບຜົນດີ ແລະ ທັງເປັນບ່ອນອີງໃຫ້ຄະນະພັກ ຄະນະນຳ ໃນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄໄດ້ໃນການຈັດຕັ້ງປະຕິບັດຕົວຈິງເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ ການສັບຊ້ອນຈັດວາງພະນັກງານເຂົ້າແຕ່ລະຕຳແໜງງານຕາມຄວາມເໝາະສົມ.

ສານປະຊາຊົນແຂວງ ແລະ ສານປະຊາຊົນເຂດ 1, ເຂດ 2 ມີພະນັກງານທັງໝົດ 78 ຄົນ ຍິງ 27 ຄົນ ສັງກັດຢູ່ສານປະຊາຊົນແຂວງ 35 ຄົນ ຍິງ 16 ຄົນ, ຢູ່ສານປະຊາຊົນເຂດ 1 ມີ 24 ຄົນ ຍິງ 7 ຄົນ ແລະ ຢູ່ສານປະຊາຊົນເຂດ 2 ມີ 19 ຄົນ ຍິງ 4 ຄົນ, ໄລຍະຜ່ານມາ ກຳນົດສ້າງເປັນປະທານສານແຂວງ 1 ຕຳແໜ່ງ 3 ເປົ້າໝາຍ, ເປັນຮອງປະທານສານ 2 ຕຳແໜ່ງ 3 ເປົ້າໝາຍ, ເປັນຫົວໜ້າຫ້ອງການ-ການເງິນ 3 ເປົ້າໝາຍ, ເປັນຫົວໜ້າຄະນະຈັດຕັ້ງ-ກວດກາ 3 ເປົ້າໝາຍ, ຄະນະສານຂັ້ນແຂວງ 6 ຕຳແໜ່ງ 18 ເປົ້າໝາຍ, ຮອງຫົວໜ້າຫ້ອງການສານແຂວງ 1 ຕຳແໜ່ງ 3 ເປົ້າໝາຍ, ຮອງຫົວໜ້າຄະນະສານແຂວງ 18 ເປົ້າໝາຍ.

ການກຳນົດແຜນສ້າງພະນັກງານຂອງສານທັງສອງເຂດ ໃນໄລຍະຜ່ານມາ ກຳນົດສ້າງເປັນປະທານ 2 ຕຳແໜ່ງ 6 ເປົ້າໝາຍ, ຮອງປະທານ 4 ຕຳແຣ່ງ 12 ເປົ້າໝາຍ, ຫ້ອງການ-ການເງິນ 1 ຕຳແໜ່ງ 6 ເປົ້າໝາຍ, ຄະນະສານເຂດ 8 ຕຳແໜ່ງ 24 ເປົ້າໝາຍ, ຮອງຫົວໜ້າຫ້ອງການ-ການເງິນ 6 ເປົ້າໝາຍ, ໜ່ວຍງານຈັດຕັ້ງ-ພະນັກງານ 6 ເປົ້າໝາຍ ແລະ ສ້າງເປັນຮອງຫົວໜ້າຄະນະສານເຂດ ມີ 12 ເປົ້າໝາຍ.

ພ້ອມນີ້ ສົ່ງໄປຮຽນທິດສະດີຊັ້ນຕົ້ນ 5 ຄົນ ຍິງ 1, ຝຶກອົບຮົມວິຊາສະເພາະກົດໝາຍ 2 ຄົນ, ພາສາຫວຽດນາມ 1 ຄົນ, ໄດ້ຮັບແຕ່ງຕັ້ງເປັນຮອງປະທານສານແຂວງ 1 ຄົນ, ຮອງປະທານສານເຂດ 1 ຄົນ, ຫົວໜ້າຫ້ອງການ 1 ຄົນ, ເປັນຜູ້ພິພາກສາ ຊັ້ນ 1 ມີ 9 ຄົນ ຍິງ 1 ຄົນ, ຜູ້ຊ່ວຍພິພາກສາ 10 ຄົນ ຍິງ 2 ຄົນ ແລະ ໄດ້ຮັບການແຕ່ງຕັ້ງເປັນຈ່າສານ 2 ຄົນ.

ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ ມະຕິກົມການເມືອງສູນກາງພັກ ເລກທີ່ 032/ກມສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ບົດແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ່ 292/ຄຈສພ ລົງວັນທີ່ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ່ 032/ກມສພ, ມະຕິກົມການເມືອງສູນກາງພັກ ເລກທີ່ 030/ກວສພ ລົງວັນທີ່ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາ-ຄຸ້ມຄອງ ແລະ ດຳລັດ ເລກທີ 461/ລບ, ລົງວັນທີ 9 ຕຸລາ2012 ວ່າດ້ວຍມາດຕະຖານຕຳແໜ່ງບໍລິຫານ ຂອງລັດຖະກອນແຫ່ງ ສປປ ລາວ ພ້ອມນີ້ ຍັງຈະໄດ້ດຳເນີນການທາບທາມ ຈຳນວນ 3 ຮອບ ແລະ ຈະໃຊ້ເວລາ 2 ວັນຈຶ່ງຈະສຳເລັດ.

About admins16