ສາທາແຂວງຫວນຄືນມູນເຊື້ອ 2 ວັນປະຫວັດສາດ

ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງນັກຮົບປະຕິວັດ, ຜູ້ນຳທີ່ແສນເຄົາລົບຮັກ ແລະ ປະຊາຊົນບັນດາເຜົ່າ ທີ່ປະກອບສ່ວນ ແລະ ອຸທິດໃຫ້ແກ່ພາລະກິດປົດປ່ອຍຊາດ ໃນວັນທີ 7 ທັນວາ 2020 ຢູ່ພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາລະນຶກເຖິງວັນຊາດ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ແລະ ວັນຄ້າຍວັນເກີດຂອງ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920 – 13 ທັນວາ 2020) ໃຫ້ກຽດປາຖະກະຖາໂດຍ ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະພະແນກ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ໂດຍສືບທອດມູນເຊື້ອອັນອົງອາດ, ກ້າແກ່ນບໍ່ຍອມຈຳນົນ, ນ້ຳໃຈຄຽດແຄ້ນອັນສູງສົ່ງຂອງປະຊາຊົນລາວບັນດາເຜົ່າ, ນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955, ພັກໄດ້ນຳພາປະຊາຊົນບັນດາເຜົ່າ ສາມັກຄີຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນໄດ້ຮັບໄຊຊະນະສົມບູນ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ເປັນລັດປະຊາທິປະໄຕ ປະຊາຊົນ, ລັດແຫ່ງອຳນາດຂອງປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ພາຍຫຼັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ສະພາບທາງດ້ານການເມືອງ, ເສດຖະກິດ ກໍ່ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ, ວຽກງານພັດທະນາຊົນນະບົດ ແລະ ການສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ ໃນຊົນນະບົດຕາມທິດ 3 ສ້າງ, ວຽກງານວັດທະນະທຳ – ສັງຄົມ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການເອົາໃຈໃສ່, ປັບປຸງແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນັ້ນ ທ່ານຍັງຍົກໃຫ້ເຫັນເຖິງ 36 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາແຂວງບໍລິຄຳໄຊ ເຫຼນວ່າ ຫຼາຍວຽກງານໄດ້ຮັບຄວາມເອົາໃຈໃສ່ ແລະ ຖືກຈັດຕັ້ງປະຕິບັດ ດ້ວຍຜົນສຳເລັດສູງ ໂດຍໄດ້ສະແດງອອກໃນຫຼາຍດ້ານ ເປັນຕົ້ນແມ່ນ ຜົນການປະເມີນປີ 2019 ຕາມດຳລັດ 348/ນຍ ທົ່ວແຂວງມີຄອບຄົບພົ້ນທຸກ ກວມເອົາ 93,2%, ບ້ານພົ້ນທຸກ 84,48%, ເມືອງພົ້ນທຸກ 5 ເມືອງ, ຄອບຄົວພັດທະນາ 87% ແລະ ບ້ານພັດທະນາ 73,54%.

ໃນພິທີ ຍັງໄດ້ຫວນຄືນຊີວິດ ແລະ ການປະຕິວັດ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໂດຍຕະຫຼອດເວລາ ທ່ານໄດ້ກ້າວເດີນບົນເສັ້ນທາງອັນສະຫວ່າງສະໄຫວຂອງການປະຕິວັດ ຕາມລັດທິມາກ-ເລນິນ ດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍ່ທໍ້ຖອຍ, ບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູ່ໃດໆທັງສິ້ນ. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I-V ຂອງພັກ ທ່ານປະທານ ໄກສອນ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຈົນຕະຫຼອດຊີວິດຂອງເພິ່ນ ແລະ ໃນເດືອນ ສິງຫາ ປີ 1991 ເລືອກຕັ້ງເປັນ ປະທານປະເທດແຫ່ງ ສ.ປ.ປ ລາວ.

About admins14