ປາກກະດິງ ເປີດຂະບວນການໃຫ້ວັກຊີນກັນພະຍາດໂຄວິດ-19 ເດັກກຸ່ມເປົ້າໝາຍ

ຕອນເຊົ້າວັນທີ 7 ທັນວາ 2022 ຢູ່ທີ່ໂຮງຮຽນປະຖົມສົມບູນໂພນງາມ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີເປີດຂະບວນການໃຫ້ວັກຊີນ ກັນພະຍາດໂຄວິດ-19 ໃຫ້ກຸ່ມເປົ້າໝາຍ ແຕ່ອາຍຸ 5 ຫາ 11 ປີ ໂດຍເປັນກຽດເຂົ້າຮ່ວມຊີ້ນຳຂອງທ່ານ ພູເຂົາເງີນ ອິນທະວົງ ເຈົ້າເມືອງປາກກະດິງ, ທ່ານ ຂັນທອງ ວົງໂກສີ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີຫົວໜ້າບາງຫ້ອງການອ້ອມຂ້າງເມືອງ, ພະນັກງານແພດໝໍ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານແຈ້ງການຂອງພະແນກສາທາລະນະສຸກແຂວງ ເລກທີ 2745/ສທຂ, ລົງວັນທີ 7 ຕຸລາ 2022 ເລື່ອງແນະນຳການຈັດຕັ້ງປະຕິບັດໃຫ້ວັກຊີນກັນພະຍາດປົກກະຕິ ແລະ ໃຫ້ວັກຊີນກັນພະຍາດໂຄວິດ-19 ປະຈຳໄຕມາດ 4 ປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້, ໂດຍໃຫ້ມີການບໍລິການໃຫ້ວັກຊີນຈຸດຄົງທີ່ຢູ່ໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ແລະ ມີທີມງານສະເພາະກິດເຄື່ອນໃຫວຢ່າງຕໍ່ເນື່ອງ, ເພື່ອເຮັດໃຫ້ອັດຕາການປົກຄຸມສັກວັກຊີນກັນພະຍາດຕາມລະດູການຄົບຕາມເປົ້າໝາຍ, ການໃຫ້ວັກຊີນກັນພະຍາດໂຄວິດ-19 ຄົບໂດສ໌ ແລະ ອັດຕາການສັກເຂັມກະຕຸ້ນ ໃຫ້ສູງຂື້ນໃນຂອບເຂດທົ່ວແຂວງບໍລິຄຳໄຊ ເວົ້າລວມ, ເວົ້າສະເພາະທົ່ວເມືອງປາກກະດິງ ໃຫ້ໄດ້ຮັບວັກຊີນກັນພະຍາດຢ່າງທົ່ວເຖີງ.

ທ່ານພູເຂົາເງີນ ອິນທະວົງ ເຈົ້າເມືອງປາກກະດິງ ຍັງໄດ້ກ່າວໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງການໃຫ້ວັກຊີນ ແລະ ຜູ້ໄດ້ຮັບວັກຊີນກັນພະຍາດ ຈະເຮັດໃຫ້ຮ່າງກາຍຂອງຄົນເຮົາມີພູມຄຸ້ນກັນຕໍ່ພະຍາດຕ່າງໆປາສະຈາກພະຍາດມາບຽດບຽນ ເຮັດໃຫ້ຄົນເຮົາມີສຸຂະພາບແຂງແຮງ, ດັ່ງນັ້ນ ຈຶ່ງໄດ້ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງເດັກໃນກຸ່ມເປົ້າໝາຍ ລວມໄປເຖິງຄູອາຈານ ຈົ່ງຮ່ວມແຮງຮ່ວມໃຈກັບພະນັກງານແພດໝໍນຳພາເດັກໃນກຸ່ມເປົ້າໝາຍໃຫ້ໄດ້ຮັບວັກຊີນປ້ອງກັນພະຍາດຕາມລະດູກນ ແລະ ວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມແຜນທີ່ສາທາລະນະສຸກວາງໄວ້.

About admins16