ສາທາຄຳເກີດ ສະຫຼູບວຽກງານ ປະຈຳປີ 2020

 

ເພື່ອເປັນການສະຫຼູບ ຕີລາຄາວຽກງານທີ່ປະຕິບັດໄດ້ ໃນ 1 ປິຜ່ານມາ ໃນວັນທີ 5 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມ ຫ້ອງການສາທາລະນະສຸກເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼູບວຽກງານສາທາເມືອງ ໂດຍການເປັນປະທານຂອງ ທ່ານ ດຣ ອຳພອນ ພົມມະສານ ຫົວໜ້າຫ້ອງການສາທາລະນະສຸກເມືອງ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານ ສະຫຼູບການເຄື່ອນໄຫວວຽກງານສາທາລະນະສຸກປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ວ່າ: ຫ້ອງການສາທາລະນະສຸກເມືອງ ມີພະນັກງານທັງໝົດ 148 ຄົນ ຍິງ 100 ຄົນ, ໃນນີ້ ລະດັບປະລິນຍາໂທ 1 ທ່ານ, ຊ່ຽວຊານຂັ້ນ 1 ມີ 5 ທ່ານ, ປະລິນຍາຕີ 29 ທ່ານ, ປະລິນຍາຕີ ຫືຼ ທຽບເທົ່າ 18 ທ່ານ, ຊັ້ນສູງ ຫຼື ທຽບເທົ່າ 18 ທ່ານ, ຊັ້ນກາງ 69 ທ່ານ, ຊັ້ນຕົ້ນ 25 ທ່ານ, ມີ 4 ໜ່ວຍງານ: ໜ່ວຍງານ ບໍລິຫານ, ໜ່ວຍງານ ປະກັນສຸຂະພາບ, ໜ່ວຍງານອານາໄມ ແລະ ສົ່ງເສີມສຸຂະພາບ, ໜ່ວຍງານອາຫານ ແລະ ຢາ, ມີ 10 ໂຮງໝໍນ້ອຍຊຸມຊົນທີ່ຂື້ນກັບ.

1 ປີ ຜ່ານມາ ມີຄົນເຈັບເຂົ້າມາກວດເຂດນອກ: ພະຍາດລະບົບລະລາຍ 663 ຄົນ, ຮູຄໍ ຫືຼ ອາມິດ່ານອັກເສບ 371 ຄົນ, ປອດອັກເສບ 351 ຄົນ, ຖອກທ້ອງບໍ່ມີເລືອດປົນ, ຂາດນໍ້າເບົາບາງ 273 ຄົນ, ພະຍາດຕິດຕໍ່ອື່ນໆ 250ຄົນ, ອຸບັດຕິເຫດທ້ອງຖະໜົນ 233 ຄົນ, ຖອກທ້ອງຂາດນໍ້າຮ້າຍແຮງ 216 ຄົນ, ກະທົບອື່ນໆ 196 ຄົນ, ຄວາມດັນເລືອດສູງ 174 ຄົນ ແລະ ເລືອດຈາງ 160ຄົນ.

ແຜນໃນຕໍ່ໜ້າ ຫ້ອງການສາທາລະນະສຸກເມືອງ ຈະໄດ້ສຸມໃສ່ການສ້າງແຜນພັດທະນາວຽກງານສາທາລະນະສຸກ ໂດຍສະເພາະ ແມ່ນການສ້າງໂຄງການບູລິມະສິດ ເພື່ອເລັ່ງໃສ່: ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ການຜັນຂະຫຍາຍວຽກງານສາມສ້າງ ແລະ ການປະຕິຮູບສາທາລະນະສຸກ ທັງ 5 ດ້ານ.

About admin11