ສະຫຼຸບ – ຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ – ເມືອງທ່າພະບາດ

ວັນທີ 28 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມປົກຄອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານສາມສ້າງຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານຂັ້ນແຂວງ,  ທ່ານ ສົມສົດ ແສງອາພອນ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດຮອບດ້ານຂັ້ນເມືອງ, ມີບັນດາຄະນະປະຈໍາພັກເມືອງ, ຄະນະພັກຮາກຖານ, ເລຂາພັກບ້ານ ແລະ ຕາງໜ້າຫ້ອງການພາຍໃນເມືອງທ່າພະບາດ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບົວໄລ ໄຊຍະວົງ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງ ທ່າພະບາດ ໄດ້ລາຍງານວ່າ: ເມືອງທ່າພະບາດ ປະກອບມີ 26 ບ້ານ, ມີ 5.560 ຄອບຄົວ, ມີ 30.220 ຄົນ, ຍິງ 15.296 ຄົນ.

 ໃນໄລຍະ 1 ປີ ຜ່ານມາ ເມືອງທ່າພະບາດ ຍັງຮັກສາໄດ້ຄວາມສະຫງົບປອດໄພຮອບດ້ານ ປະຊາຊົນບັນດາເຜົ່າໄດ້ເອົາໃຈໃສ່ສ້າງເສດຖະກິດ, ແກ້ໄຂຊິວິດການເປັນຢູ່ຂອງຕົນ ໃຫ້ນັບມື້ນັບຂະຫຍາຍຕົວເປັນກ້າວໆ ສາມາດຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂື້ນ, ສ້າງສະຕິຄວາມເປັນເຈົ້າໃຫ້ແກ່ການຈັດຕັ້ງ, ລົງເຜີຍແຜ່ເຊື່ອມຊືມເອກະສານການເມືອງ ໃຫ້ແກ່ການຈັດຕັ້ງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ໄດ້ທັງໝົດ 25 ຄັ້ງ ມີ 26 ບ້ານ, ມີຜູ້ເຂົ້າຮ່ວມ 1,371 ເທື່ອຄົນ ຍິງ 511 ເທື່ອຄົນ ເທົ່າກັບ 24,65% ຂອງກຸ່ມເປົ້າໝາຍທັງໝົດ.

          ກອງປະຊຸມ ຍັງໄດ້ຈັດພິທີມອບ-ຮັບໃບຢັ້ງຢືນບ້ານພັດທະນາຕາມ 4 ດ້ານ ໃຫ້ແກ່ 25 ບ້ານ ທີ່ຜ່ານການປະເມີນ ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານໄດ້ຍ້ອງຍໍຊົມເຊີຍມາຍັງການນໍາພາພັກ – ລັດຂອງເມືອງ ຕະຫຼອດຮອດອຳນາດການປົກຄອງຂັ້ນບ້ານທຸກພາກສ່ວນທີ່ີມີຄວາມຮັບຜິດຊອບສູງຕາມສິດ, ພາລະບົດບາດ ແລະ ໜ້າທີ່ຂອງຕົນໃນການປະກອບສ່ວນເຂົ້າໃນວຽກງານກໍ່ສ້າງຮາກຖານການເມືອງ – ພັດທະນາຊົນນະບົດ ສໍາລັບຜົນງານ ແລະ ໝາກຜົນທີ່ຍາດມາໄດ້ໃນ 1 ປີຜ່ານມາ.

About admin11