ສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 03 ແຂວງພາກກາງ  01 ກອງພົນ ປະຈຳປີ 2021

ກອງປະຊຸມສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 03 ແຂວງ 01 ກອງພົນ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 31 ມັງກອນ 2022 ທີ່ຫ້ອງ ປະຊຸມຂອງກອງບັນຊາການ ປກສ ແຂວງບໍລິຄຳໄຊ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ    ຮອງປະທານ ຜູ້ປະຈໍາການຄະນະກຳມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,        ມີທ່ານເຈົ້າແຂວງ ປະທານຄະນະກໍາມະການ ປກຊ-ປກສ ແຂວງບໍລິຄຳໄຊ, ແຂວງ ຄຳມ່ວນ ແລະ ສະຫວັນນະເຂດ,  ຜູ້ແທນຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະພັກ-ຄະນະບັນຊາກອງພົນທີ 4. ກອງບັນຊາການ ທະຫານແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ຫ້ອງການຄະນະກຳມະການ ປກຊ-ປກສ 03 ແຂວງ, ພ້ອມດ້ວຍບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຄືນ ສະພາບການລວມ ແລະ ການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບັນດາແຂວງ. ໃນໄລຍະ 01 ປີ ຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນກາງພັກ, ລັດຖະບານ, ໂດຍສະເພາະ ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ໂດຍໄດ້ຮັບການຮ່ວມມືຈາກ ບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ແລະ ຄວາມບຸກບືນສູ້ຊົນຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສາມາດຍາດໄດ້ຜົນງານ, ດ້ານດີຫຼາຍດ້ານ, ສະແດງອອກໃນການຮັບປະກັນເຮັດໃຫ້ປະເທດ ຊາດຂອງພວກ ເຮົາເວົ້າລວມ, ເວົ້າສະເພາະ 03 ແຂວງພາກກາງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານສືບຕໍ່ໄດ້ ຮັບການປັບປຸງ, ເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ຮັບການພັດທະນາດີຂຶ້ນ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ. ສັງລວມ ແລ້ວ ຜ່ານການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃນຕະຫຼອດໄລຍະ 01 ປີ ຜ່ານມາສາມາດຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນກວ້າງຂວາງ ແລະ ຕໍ່ເນື່ອງ, ກອງປະຊຸມຄັ້ງນີ້ ບັນດາຜູ້ແທນ ໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນ ແລະ ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງ, ທ້ອງຖິ່ນຂອງຕົນຢ່າງກົງໄປກົງມາ. ເຊິ່ງບັນດາທ່ານໄດ້ເປັນເອກະພາບສູງຕໍ່ບົດສະຫຼຸບວຽກງານ ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃນປີ 2021 ຜ່ານມາ ແລະ ທິດທາງແຜນການ, ບັນດາວຽກງານຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2022 ໃຫ້ໄດ້ຮັບໝາກຜົນສູງຂຶ້ນກວ່າເກົ່າ.

ໃນໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ກຽດໂອ້ລົມຊີ້ນຳຕໍ່ກອງປະຊຸມ, ເຊິ່ງທ່ານ ໄດ້ສະແດງ ຄວາມຊົມເຊີຍຜົນສໍາເລັດໃນການຊີ້ນຳ-ນຳພາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 01 ປີ ຜ່ານມາ, ເຖິງວ່າຈະໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ, ແຕ່ໂດຍໄດ້ຮັບການເອົາໃຈໃສ່ຊີ້ນຳ-ນຳພາຂອງການນຳຂັ້ນແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກົມກອງປະກອບອາວຸດແຕ່ລະຂັ້ນ ໄດ້ສຸມທຸກກຳລັງແຮງເຮັດສຳເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ, ພ້ອມກັນນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ບັນດາແຂວງ, ບັນດາອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ເພື່ອຮັບປະກັນໃຫ້ປະເທດຊາດ ກໍ່ຄື 03 ແຂວງພາກກາງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນ ລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

About admin11