ສະຫຼຸບວຽກງານສັນຕິບານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022.          

          ວັນທີ 03 ກຸມພາ 2022 ນີ້ ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ເປັນປະທານໂດຍ ທ່ານ ພັນໂທ ສຸກສະຫວັນ ບຸບຜາພັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງສັນຕິບານ, ມີຄະນະຫ້ອງ, ແຂກຖືກເຊີນ, ຫົວໜ້າ, ຄະນະພະແນກ, ພະນັກງານ-ນັກຮົບຫ້ອງສັນຕິບານເຂົ້າຮ່ວມ.

ໃນໄລຍະ 1 ປີຜ່ານມາທີ່ຄະນະບັນຊາແຕ່ລະຂັ້ນໄດ້ນໍາພາຈັດຕັ້ງປະຕິບັດ 04 ຄາດໝາຍ, 04 ແຜນງານໃຫ່ຍ ແລະ 41 ໂຄງການ, ໂດຍສະເພາະຫ້ອງສັນຕິບານໄດ້ຈັດຕັ້ງປະຕິບັດແຜນງານໃຫ່ຍ ທີ 01 ການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ໄດ້ກວດກາ, ປັບປຸງວຽກງານປ້ອງກັນພາຍໃນ, ລົງເກັບກໍາຂໍ້ມູນພາຍໃນສໍານັກງານ-ອົງການ, ກວດກາເອກະສານພະນັກງານທີ່ຈະເຂົ້າເປັນສະມະຊິກພັກສົມບູນ-ສໍາຮອງ ຈໍານວນ 136 ສະບັບ, ເອກະສານຂໍອາວຸດປືນ 04 ສະບັບ, ປ້ອງກັນສະມາຊິກສະພາແຫ່ງຊາດລົງຫາສຽງຢູ່ບັນດາເມືອງ 10 ຄັ້ງ, ແກ້ໄຂຄະດີກ່ຽວກັບສື່ສັງຄົມອອນລາຍ 04 ຄັ້ງ, ສຶກສາອົບຮົມກ່າວເຕື່ອນຜູ້ກະທໍາຜິດທາງສື່ອອນລາຍ 04 ເລື່ອງ, ກວດກາຂື້ນສະຖິຕິຄົນຕ່າງປະເທດແຕ່ງດອງກັບຄົນລາວ 1,242 ຄູ່, ຖືກຕ້ອງມີ 309 ຄູ່, ບໍ່ຖືກຕ້ອງມີ 933 ຄູ່, ອອກບັດ ID card ໃຫ້ຄົນຕ່າງປະເທດ ຈໍານວນ 05 ສັນຊາດ, ມີ 328 ຄົນ, ຍິງ 18 ຄົນ, ຂື້ນທະບຽນພັກເຊົາ 44 ຄົນ, ຍິງ 18 ຄົນ, ກວດກາຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມາຢູ່ພາຍໃນແຂວງ ຈໍານວນ 25 ສັນຊາດ, ມີ 2,368 ຄົນ, ຍິງ 198 ຄົນ, ນໍາພາກວດກາ, ຄຸ້ມຄອງດ່ານ, ທົ່ວແຂວງ ມີດ່ານ 07 ແຫ່ງ, ໃນນີ້ດ່ານສາກົນມີ 02 ແຫ່ງ, ດ່ານທ້ອງຖິ່ນ 02 ແຫ່ງ, ດ່ານປະເພນີ 03 ແຫ່ງ, ອອກໃບຜ່ານແດນ ແລະ ປື້ມຜ່ານແດນໄດ້ 2,084 ຄົນ, ຕໍ່ເອກະສານພັກເຊົາໃຫ້ຄົນຕ່າງປະເທດ 669 ຄົນ, ຍິງ 119 ຄົນ, ກວດກາຄົນເຂົ້າ-ອອກເມືອງ ຈໍານວນ 173,512 ຄົນ, ຍິງ 4,770 ຄົນ, ກວດກາພາຫະນະເຂົ້າ-ອອກ ຈໍານວນ 99,039 ຖ່ຽວຄັນ, ຮັບ-ສົ່ງຜູ້ຖືກຫາ 50 ຄັ້ງ, ມີ 148 ຄົນ, ຍິງ 38 ຄົນ,

ປະສານສົມທົບກັບກົມກອງວິຊາສະເພາະເຮັດວຽກງານກວດກາ, ຕິດຕາມບັນດາເປົ້າໝາຍຢ່າງມີຈຸດສຸມ, ກວດກາຂື້ນສະຖິຕິການທ່ອງທ່ຽວ ເພື່ອເປັນເສນາທິການໃຫ້ແກ່ຂັ້ນເທິງ, ໃນນີ້ທົ່ວແຂວງມີໂຮງແຮມ, ເຮືອນພັກ, ຮ້ານອາຫານ, ບັນເທິງ, ຄາລາໂອເກະ 316 ແຫ່ງ, ມີແຫຼ່ງທ່ອງທ່ຽວ 104 ແຫ່ງ, ມີນັກທ່ອງທ່ຽວຜ່ານເຂົ້າມາທາງດ່ານສາກົນ 21,488 ຄົນ, ຍິງ 9,132 ຄົນ, ວຽກງານຫ້ອງການ ແລະ ພະລາທິການໄດ້ນໍາພາຈັດຕັ້ງປະຕິບັດໃນການປະສານສົມທົບຮັບການສ່ອງແສງຈາກບັນດາພະແນກວິຊາສະເພາະ, ດ່ານສາກົນອ້ອມຂ້າງຫ້ອງ, ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອເກັບກໍາທ້ອນໂຮມຂໍ້ມູນຂ່າວສານວຽກງານວິຊາສະເພາະ, ກໍາສະພາບການ, ເຫດການທີ່ເກີດຂື້ນໃນແຕ່ລະໄລຍະທີ່ພົວພັນເຖິງຄວາມບໍ່ສະຫງົບເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງ ຈໍານວນ 215 ຄັ້ງ, ຮັບລາຍງານທາງໂທລະສັບ 220 ສະບັບ, ສໍາເນົາເອກະສານ 386 ສະບັບ, ເອົາໃຈໃສ່ຄຸ້ມຄອງແຜນງົບປະມານ, ລາຍຮັບ-ລາຍຈ່າຍ, ຄຸ້ມຄອງເຕັກນິກ, ຍຸດໂທ, ເຄື່ອງອຸປະໂພກ, ຄຸ້ມຄອງຊັບສິນກໍ່ສ້າງ, ສ້ອມແປງສໍານັກງານຫ້ອງການ, ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ນັບດີຂື້ນ, ພ້ອມນັ້ນຍັງໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານຢູ່ 03 ເມືອງ ເພື່ອປັບປຸງລະບົບການເມືອງຢູ່ຂັ້ນຮາກຖານໃຫ້ໜັກແໜ້ນ, ເຂັ້ມແຂງ, ຈາກນັ້ນບັນດາຜູ້ແທນກອງປະຊຸມກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ, ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກເພື່ອພ້ອມກັນຄົ້ນຄ້ວາປຶກສາຫາລືແກ້ໄຂ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ກອງປະຊຸມຄັ້ງນີ້ຍັງໄດ້ຜ່ານຂໍ້ແຂ່ງຂັນການປະຕິບັດບັນດາກິດຈະກໍາຂອງບັນດາພະແນກທີ່ຂື້ນກັບຫ້ອງສັນຕິບານໂດຍບັນດາຄະນະພະແນກໄດ້ຂື້ນຈັບມືກັນເພຶ່ອແຂ່ງຂັນກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

 

About admin11