ສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈໍາປີ 2021

          ຕອນເຊົ້າວັນທີ 23 ກຸມພາ 2022 ທີ່ຫ້ອງປະຊຸມເບີ 1 ປກສ ແຂວງ ບໍລິຄໍາໄຊ, ໄດ້ເປີດກອງປະຊຸມ ສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປະຈໍາປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈໍາປີ 2022, ເປັນປະທານໂດຍ ທ່ານ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, -ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັອ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ.

          ກອງປະຊຸມ ໄດ້ຜ່ານບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ, ເຊິ່ງໄດ້ຍົກໃຫ້ເຫັນໃນໄລຍະຜ່ານມາ ຄະນະພັກ-ຄະນະຫ້ອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ການຈັດຕັ້ງ, ມີຄວາມຈົງຮັກພັກດີຕ່ໍພັກ-ປະເທດຊາດ.

ຜົນສໍາເລັດໃນການນໍາພາບັນຊາເຮັດວຽກງານວິຊາສະເພາະໃນໄລຍະ 01 ປີຜ່ານມາ ໄດ້ຈັດຕັ້ງປະຕິບັດການປະຈໍາການ, ປ້ອງກັນເວນຍາມຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ສາມາດຮັບປະກັນຄວາມສະຫງົບໄດ້ 100%, ວຽກງານ ປກສ ກຸ່ມບ້ານ ແລະ ກໍ່ສ້າງຮາກຖານ ໄດ້ລົງຕິດຕາມເກັບກໍາສະພາບຢູ່ບັນດາເມືອງ ແລະ ຂື້ນແຜນຝຶກອົບຮົມວຽກງານວິຊາສະເພາະໃຫ້ບັນດາເມືອງ ປັບປຸງກໍາລັງ ປກສ ບ້ານ, ລົງກໍ່ສ້າງຮາກຖານ ຢູ່ 03 ເມືອງ 05 ຈຸດສຸມ, ນໍາພາ ປກສ ບ້ານລົງເກັບກໍາຄົນມາພັກເຊົາ, ຄົນຫລຸດ, ຄົນເພີ່ມ, ລົງຊ່ວຍວຽກປະຊາຊົນ 19 ຄັ້ງ,  ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງ ລົງກວດກາປະຊາຊົນລັກລອບຕັດໄມ້ຖາງປ່າເຮັດໄຮ່ຢູ່ເຂດປ່າຫວງຫ້າມໄດ້ 06 ຄັ້ງ, ພ້ອມສຶກສາອົບຮົມ, ເຮັດບົດບັນທຶກໃຫ້ຢຸດເຊົາ.

ວຽກງານສໍາມະໂນຄົວ ແລະ ຍົກຍ້າຍຖິ່ນຖານໄດ້ເອົາໃຈໃສ່ແກ້ໄຂບັນຫາ 04 ເຖື່ອນທີ່ແຂວງວາງອອກຢ່າງເຂັ້ມງວດ, ເກັບກໍາສະຖິຕິ, ຕິດປ້າຍເຮືອນສໍາເລັດແລ້ວ 63.389 ປ້າຍ, ຍັງບໍ່ທັນສໍາເລັດ 544 ປ້າຍ, ຂື້ນສໍາມະໂນຄົວແລ້ວ 53.310 ຫຼັງຄາເຮືອນ ມີ 53,930 ຄອບຄົວ, ຍັງບໍ່ທັນຂື້ນສໍາມະໂນຄົວ 58 ຫຼັງຄາເຮືອນ, ມີ 58 ຄອບຄົວ, ຈໍານວນຄົນເພີ່ມມີ 3.281 ຄົນ, ຍິງ 1.711 ຄົນ, ເກີດໃໝ່ 2.642 ຄົນ, ຍິງ 1.341 ຄົນ, ຍົກຍ້າຍມາຈາກຕ່າງແຂວງ 70 ຄອບຄົວ, ມີ 338 ຄົນ, ຍິງ 178 ຄົນ, ຍ້າຍມາເປັນບຸກຄົນ 301 ຄົນ, ຍິງ 192 ຄົນ, ຄົນຫຼຸດ 716 ຄົນ, ຍິງ 353 ຄົນ, ເສຍຊີວິດ 434 ຄົນ, ຍິງ 221 ຄົນ, ຍົກຍ້າຍໄປຕ່າງແຂວງ 34 ຄອບຄົວ, ມີ 182 ຄົນ, ຍິງ 83 ຄົນ, ຍົກຍ້າຍໄປຕ່າງແຂວງເປັນບຸກຄົນ 100 ຄົນ, ຍິງ 49 ຄົນ, ຈ່າຍປື້ມສໍາມະໂນຄົວໃຫ້ບັນດາ ປກສ ເມືອງ ໄດ້ 2.097 ຫົວ, ປື້ມແຈ້ງຄົນມີໜ້າ ແລະ ບໍ່ມີໜ້າໃນຄອບຄົວ 3.472 ຫົວ.

ວຽກງານອາຊີບ ແລະ ພາຫານະພິເສດ ໄດ້ລົງກວດກາ, ເກັບກໍາສະຖິຕິຂື້ນທະບຽນບັນດາໂຮງແຮມ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທິງ – ກິນດື່ມ, ຮ້ານຄ້າ, ຮ້ານເສີມຄວາມງາມ, ໂຮງພິມ, ໂຮງຊວດຈໍາ, ຄຼີນິກ ແລະ ອື່ນໆໄດ້ 732 ແຫ່ງ, ຂື້ນທະບຽນນໍາໃຊ້ອາວຸດໄດ້ສໍາເລັດ, ຜະລິດຕາປະທັບໄດ້ 333 ໜ່ວຍ.

ວຽກງານຄຸ້ມຄອງປະຫວັດ ແລະ ອອກບັດປະຈໍາຕົວ ໃຫ້ພະນັກງານ ແລະ ປະຊາຊົນໄດ້ 3.136 ບັດ ບັດ, ຍີງ 1.674 ຄົນ.

ທິດທາງໃນຕໍ່ໜ້າ ຈະໄດ້ສືບຕໍ່ສຸມໃສ່ປະຕິບັດຕາມ 04 ເນື້ອໃນ 04 ຄາດໝາຍຕິດພັນກັບວຽກງານ 03 ສ້າງຂອງຂັ້ນເທິງວາງອອກ, ສຸມໃສ່ຈັດຕັ້ງປະຕິບັດ ສໍາມະນາ 09 ຫົວຂໍ້ວິທະຍາສາດ, ແກ້ໄຂບັນຫາ 04 ເຖື່ອນ, ສືບຕໍ່ເຮັດວຽກງານກໍ່ສ້າງຮາກຖານການເມືອງຢູ່ບັນດາເຂດຈຸດສຸມຫຼໍ່ແຫຼມ, ເກັບກໍາສະຖິຕິຄົນຫຼຸດ, ຄົນເພີ່ມ, ຂື້ນທະບຽນສໍາມະໂນຄົວ, ອອກບັດປະຈໍາຕົວໃຫ້ຖືກຕ້ອງ, ເກັບກໍາຂື້ນທະບຽນບັນດາພາຫະນະ, ອາຊີບພິເສດຕ່າງໆໃຫ້ຫັນເຂົ້າສູ່ລະບຽບຫຼັກການຢ່າງເຂັ້ມງວດ, ສືບຕໍ່ປັບປຸງ, ກໍ່ສ້າງ ປກສ ກຸ່ມບ້ານ, ປກສ ບ້ານໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງ, ທັນສະໄໝຂື້ນເປັນກ້າວໆ, ຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນພ້ອມທັງລາຍງານສະພາບການເຄື່ອນໄຫວວຽກງານໃນເຂດຄວາມຮັບຜິດຊອບ, ຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງເພື່ອພ້ອມກັນຄົ້ນຄ້ວາແກ້ໄຂໃຫ້ດີຂຶ້ນ.

 

About admin11