ສະຫຼຸບວຽກງານກໍ່ສ້າງຮາກຖານ-ການເມືອງ ແລະ ພັດທະນາຊົນນະບົດ ເຂດບົວແວງຄຳ

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານ-ການເມືອງພັດທະນາຊົນນະບົດ ປະຈຳ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2020 ເຂດບົວແວງຄຳ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ 2020  ຢູ່ວັດບ້ານນາຂາມ, ເມືອງປກຊັນ, ແຂວງບໍລິຄຳໄຊ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ.

ໃນກອງປະຊຸມ ສະຫາຍ ພັນໂທ ພູວາ ຜາຍພະຈົນ ຫົວໜ້າກອງກໍ່ສ້າງຮາກຖານປະຈຳເຂດບົວແວງຄຳ ໄດ້ຜ່ານບົດສະຫຼຸບ ກ່ຽວກັບສະພາບຈັດຕັ້ງປະຕິບັດວຽກງານກໍ່່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ວຽກງານ 4 ເຖື່່ອນ ແລະ 9 ຫົວຂໍ້ວິທະຍາສາດ ໃນໄລຍະ 9 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ແກ້ໄຂ, ປັບປຸງ ແລະ ວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານຕໍ່ໜ້າໃຫ້ດີຂຶ້ນເທື່ອລະກ້າວ.

ເຂດບົວແວງຄຳ ເປັນເຂດໜຶ່ງທີ່ຂຶ້ນກັບເມືອງປາກຊັນ, ແຂວງບໍລິຄຳໄຊ, ປະກອບມີ 15 ບ້ານ, ມີພົນລະເມືອງທັງໝົດ 12.821 ຄົນ, ຍີງ 6.456 ຄົນ, ມີ 2.514 ຄອບຄົວ, ມີ 2.458 ຫຼັງຄາເຮືອນ, ມີເນື້ອທີດິນປຸກສ້າງ 1.093,89 ເຮັກຕ່າ, ເນື້ອທີ່ທຳການຜະລິດ 4.995 ເຮັກຕ່າ, ເນື້ອທີ່ນາແຊງ 62 ເຮັກຕ່າ, ເນື້ອທີ່ປູກຢາງພາລາ 656,7 ເຮັກຕ່າ ມີເສັ້ນທາງທຽວໄປ-ມາໄດ້ຕະຫຼອດປີ, ມີລະບົບໄຟຟ້າ, ນ້ຳປະປາ, ມີໂຮງຮຽນມັດທະຍົມປາຍ 1 ແຫ່ງ, ມັດທະຍົມຕົ້ນ 2 ແຫ່ງ, ໂຮງຮຽນປະຖົມ 15 ແຫ່ງ ແລະ ໂຮງຮຽນອະນຸບານ 1 ແຫ່ງ, ມີໂຮງໝໍນ້ອຍ 2 ແຫ່ງ ແລະ ຕະຫຼາດນັດ 1 ແຫ່ງ.

ປະຊາຊົນພາຍໃນເຂດ ສ່ວນຫຼາຍມີອາຊີບຕົ້ນຕໍ ແມ່ນ ເຮັດນາ, ອາຊີບສໍາຮອງປູກຝັງ, ລ້ຽງສັດ, ບໍລິການການ ແລະ ເປັນພະນັງານຈໍານວນໜຶ່ງ. ດ້ານແນວຄິດການເມືອງຂອງປະຊາຊົນແມ່ນມຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍການນຳພາຂອງພັດ-ລັດ ແຕ່ລະໄລຍະ, ຍັງສືບຕໍ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ມີສະຖຽນລະບຽບທາງດ້ານການເມືອງໜັກແໜ້ນ, ເສດຖະກິດຍັງສືບຕໍ່ມີສະພາບຄ່ອງຕົວ, ປະຊາຊົນມີຄວາມສາມັກຄີປອງດອງ, ຮັກສາຮີດຄອງປະເພນີອັນດີງາມ ແລະ  ສ້າງເສດຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງດີຂຶ້ນ.

ການເຄື່ອນໄຫວໄລຍະ 9 ເດືອນຜ່ານມາ ໄດ້ເຜີຍແຜ່ຄຳສັ່ງ ແລະ ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມຕ້ານການລະບາດ ພະຍາດໂຄວິດ 19, ຕິດຕາມການເຂົ້າ-ອອກ, ເກັບກໍາຈຳນວນພົນທີ່ມາແຕ່ຕ່າງປະເທດ ໄດ້ທັງໝົດ 411 ຄົນ, ຍິງ 266 ຄົນ, ລະດົມທຶນນຳບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານ ເພື່ອສ້ອມແປງຂົວຢູບ້ານສົມສະຫວາດ, ຊຸກຍູ້ຕິດຕາມພະຍາດໄຂ້ເລືອດອອກ, ພະຍາດໄຂ້ຍຸງລາຍ, ພະຍາດຕາມລະດູການ ພ້ອມທັງເຝົ້າລະວັງຈາກໄພທຳມະຊາດ, ນ້ຳຖ້ວມ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນເຂດ.

ວຽກງານ 4 ເຖື່ອນ ຕິດຕາມການຍົກຍ້າຍ, ການເຂົ້າ-ອອກ, ແລະ ອື່ນໆ ເຊັ່ນ : ການຄ້າ-ຂາຍຢາເສບຕິດມີເປົ້າໝາ 7 ຄົນ, ເປົ້າໝາຍເສບຢາເສບຕິດ 73 ຄົນ, ຂີ້ລັກງັດແງະ 46 ຄົນ, ເປົ້າໝາຍຂາຍເລກເຖື່ອນມີ 11 ຄົນ, ເປົ້າໝາຍຫຼີ້ນການພະນັນ 19 ຄົນ ແລະ ບັນຫາການເກີດອຸບັດຕິເຫດຕາມທ້ອງຖະໝົນ.

About admins16