ບໍລິຄຳໄຊ ກະກຽມການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ

 

ໂດຍປະຕິບັດຕາມຄໍາສັ່ງມະຕິຕົກລົງຂອງກົມການເມືອງສູນກາງພັກ, ຄໍາແນະນໍາ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ ( ວັນທີ 05 ເມສາ 1961 – 05 ເມສາ 2021 ), ໃນຕອນເຊົ້າ 16 ມີນາ 2021 ຢູ່ຫ້ອງປະຊຸມເບີ 05 ຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບລາຍງານກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ, ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ.

ຄະນະຮັບຜິດຊອບ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ ຂື້ນລາຍງານແຜນການກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 60 ປີ, ໃນນັ້ນ ກອງບັນຊາການ ໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບເຄື່ອນໄຫວວຽກງານດ້ານຕ່າງໆ ແຕ່ເດືອນ ພະຈິກ ປີ 2020 ເປັນຕົ້ນມາ, ເຊີ່ງໄດ້ກະກຽມບັນດາເນື້ອໃນເອກະສານທີ່ຈະເຄື່ອນໄຫວປາຖະກະຖາເລົ່າຄືນມູນເຊື້ອ ຢູ່ 04 ຈຸດ ຄື: ໂຮງຮຽນກະສິກໍາປ່າໄມ້ແຂວງ, ໂຮງຮຽນ ມ.ສ ສີທ່ານາໄຊ, ກອງບັນຊາການ ປກສ ແຂວງ ແລະ ສະໂມສອນຂອງແຂວງ, ແລະ ໃນມື້ປາຖະກະຖາຢູ່ກອງບັນຊາການ ປກສ ແຂວງ ກໍ່ຈະໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ເຊີ່ງການເຄື່ອນໄຫວປາຖະກະຖາແຕ່ລະຈຸດ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດໃນ ວັນທີ 25 – 31 ມີນາ 2021 ໃຫ້ສໍາເລັດ.

ສໍາລັບຂະບວນການຍ້ອງຍໍກໍ່ໄດ້ສົມທົບກັບກົມກ່ຽວຂ້ອງ ໂດຍສະເພາະແມ່ນກົມໃຫຍ່ການເມືອງ ຈັດໃຫ້ມີພິທີຍ້ອງຍໍໃນມື້ປາຖະກະຖາໃຫຍ່, ໂດຍອິງໃສ່ຜົນງານ 10 ປີ, ສໍາລັບຂະບວນແຂ່ງຂັນກິລາ ແມ່ນຈະໄດ້ເລີ່ມຈັດຕັ້ງປະຕິບັດແຂ່ງຂັນ ໃນລະຫວ່າງ ວັນທີ 15-17 ມີນາ 2021 ເປັນຕົ້ນໄປ ເຊີ່ງປະກອບມີ 05 ປະເພດກິລາ ຄື: ກິລາບານເຕະ, ບານສົ່ງ, ເປຕັ່ງ, ກະຕໍ້ຫວາຍ ແລະ ກິລາດືງເຊືອກ ເຊີ່ງຈະເປັນການກະຊັບມິດລະຫວ່າງກໍາລັງປ້ອງກັນຄວາມສະຫງົບ ກັບບັນດາການນໍາຂອງແຂວງ, ບັນດາພະແນກການອ້ອມຂ້າງແຂວງ.

ນອກນັ້ນ ຍັງໄດ້ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ສ້າງຂະບວນການອອກແຮງງານອານາໄມລວມ, ປະດັບປະດາເອ້ຢ້ອງກົມກອງ, ຕິດປ້າຍຄໍາຂວັນ, ທຸງຊາດ, ທຸງພັກ, ທຸງທິວ ເພື່ອປະດັບປະດາໃຫ້ກົມກອງມີຄວາມສະອາດງາມຕາ ແລະ ເປັນຂະບວນການຢ່າງຟົດຟື້ນ,.

ນອກຈາກການເຄື່ອນໄຫວໂຄສະນາປາຖະກະຖາ ຢູ່ແຕ່ລະຈຸດແລ້ວ ທາງກອງບັນຊາການ ປກສ ແຂວງ ຍັງໄດ້ໂຄສະນາເຜີຍແຜ່ຜົນງານຕະຫຼອດ 10 ປີ ຂອງກໍາລັງ ປ້ອງກັນຄວາມສະຫງົບ ໂດຍຜ່ານ ສື່ສັງຄົມອອນລາຍ, ເຟສບຸກ, ຢູທູບ ແລະ ວິທະຍຸ, ໂທລະພາບ ຈໍານວນໜື່ງ.

ຄຽງຄູ່ກັບວຽກງານຂະບວນການດ້ານຕ່າງໆ ທາງກອງບັນຊາການ ປກສ ແຂວງ ຍັງໄດ້ສ້າງແຜນປ້ອງກັນ ໂດຍການຈັດວາງກໍາລັງ, ແຜນຄົນ, ແຜນງົບປະມານ ແລະ ພາຫະນະຮັບໃຊ້ ແນ່ໃສ່ເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບມີຄວາມສະຫງົບປະຊາຊົນ, ມີຄວາມເປັນລະບຽບຮຽບຮ້ອຍ ຮັບປະກັນໄດ້ຄວາມສະຫງົບໂດຍພື້ນຖານ 100%.

About admin11