ສະຫຼຸບຜົນການແຂ່ງຂັນກິລາ – ສີລະປະນັກຮຽນມັດທະຍົມທົ່ວແຂວງ ຄັ້ງທີ V ຂອງເມືອງທ່າພະບາດ

ພິທີສະຫຼຸບ ຜົນການແຂ່ງຂັນກິລາ – ສີລະປະນັກຮຽນມັດທະຍົມທົ່ວແຂວງ ຄັ້ງທີ V ຂອງເມືອງທ່າພະບາດ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ຢູ່ຫ້ອງປະຊຸມສໍານັກງານປົກຄອງເມືອງ, ໃຫ້ກຽດເປັນປະທານຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ມີຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ສະຫະພັນກິລາທັງ 5 ປະເພດ, ນັກທຸລະກິດ, ຄູ – ອາຈານ, ຄູຝຶກ ຕະຫຼອດຮອດນັກກິລາ ເຂົ້າຮ່ວມ.

ທ່ານ ວິສະນຸ ພຽງພະຈັນ ຮອງຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານບົດສະຫຼຸບການແຂ່ງຂັນກິລາ – ສີລະປະນັກຮຽນມັດທະຍົມທົ່ວແຂວງຄັ້ງທີ V ທີ່ເມືອງປາກກະດິງເປັນເຈົ້າພາບ, ການແຂ່ງຂັນລວມມີກິລາ 6 ປະເພດ 36 ລາຍການ ມີ 7 ຕົວເມືອງເຂົ້າຮ່ວມ, ສີລະປະວັນນະຄະດີຟ້ອນມີ 12 ລາຍການ ມີ 6 ເມືອງເຂົ້າຮ່ວມ.

ເມືອງທ່າພະບາດມີ ການນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 166 ຄົນ, ຍິງ 74 ຄົນ, ມີນັກກິລາເຂົ້າຮ່ວມທັງໝົດ 5 ປະເພດ ຄື: ກິລາແລ່ນ ແລະ ລານ, ກິລາເປຕັງ, ( ຍິງ-ຊາຍ ), ບານສົ່ງ, (ຍິງ-ຊາຍ ), ກິລາກະຕໍ້ (ຍິງ-ຊາຍ ), ກິລາບານເຕະ ( ຍິງ-ຊາຍ ) ມີນັກກິລາທັງໝົດ 97 ຄົນ, ຍິງ 43 ຄົນ, ຄູຝຶກ 17 ຄົນ, ຍິງ 4 ຄົນ, ການນໍາ 21 ທ່ານ, ຍິງ 9 ທ່ານ, ກອງເລຂາ 5 ຄົນ, ຍິງ 4 ຄົນ, ສີລະປະວັນນະຄະດີຟ້ອນ 2 ລາຍການ ມີ 21 ຄົນ, ຄູຝຶກ 3 ຄົນ, ຍິງ 2 ຄົນ, ການນໍາ 1 ທ່ານ.

ຜົນໄດ້ຮັບທາງດ້ານການແຂ່ງຂັນກິລາ-ສີລະປະ ແຕ່ລະປະເພດ ມີ ປະເພດກິລາແລ່ນ ແລະ ລານໄດ້ຮັບ 5 ຫຼຽນຄໍາ, 4 ຫຼຽນເງິນ, 2 ຫຼຽນທອງແດງ, ປະເພດກິລາ ເປຕັງ ໄດ້ຮັບ 2 ຫຼຽນເງິນ, 2 ຫຼຽນທອງແດງ, ປະເພດກິລາບານສົ່ງຍິງ ໄດ້ 1 ຫຼຽນເງິນ, ປະເພດກິລາກະຕໍ້ຫວາຍ ໄດ້ 3 ຫຼຽນຄໍາ 1 ຫຼຽນເງິນ, ປະເພດກະລາບານເຕະຍິງ ໄດ້ 1 ຫຼຽນເງິນ ສະຫຼຸບຫຼຽນທີ່ໄດ້ຮັບທັງໝົດ 8 ຫຼຽນຄໍາ, 9 ຫຼຽນເງິນ, 4 ຫຼຽນທອງແດງ ລວມເປັນ 21 ຫຼຽນ, ເມືອງທ່າພະບາດ ຈັດອັນດັບກິລາທົ່ວແຂວງ ໄດ້ທີ 2 ຂອງແຂວງ ແລະ ສີລະປະວັນນະຄະດີຟ້ອນຈັດອັນດັບທີ 3 ຂອງແຂວງ.

ໃນພິທີ ກໍ່ໄດ້ມອບໃບຊົມເຊີຍ ແລະ ໃບຍ້ອງຍໍ ໃຫ້ສະຫະພັນກິລາ, ຄູຝຶກ, ນັກທຸລະກິດ ແລະ ນັກກິລາ ແຕ່ລະປະເພດ ພ້ອມທັງມອບເງິນລາງວັນ ໃຫ້ນັກກິລາແຕ່ລະປະເພດ, ນອກນີ້ ຍັງໄດ້ມອບໃບຊົມເຊີຍ, ໃບຍ້ອງຍໍ ແລະ ເງິນລາງວັນ ໃຫ້ນັກຮຽນເກັ່ງລະດັບເມືອງ ແລະ ແຂວງຕື່ມອີກ.

 

About admin11