ສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການວິທະຍາສາດແກ້ໄຂ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ ຢູ່ແຂວງບໍລິຄໍາໄຊ

ວັນທີ 02 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການວິທະຍາສາດແກ້ໄຂ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ ຢູ່ພາຍໃນແຂວງ ໂດຍການເປັນປະທານຂອງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນແຂວງ, ມີທ່ານ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາເຈົ້າເມືອງ 07 ຕົວເມືອງ, ກອງບັນຊາການ ປກສ ເມືອງ, ພະແນກການອ້ອມຂ້າງ, ພະນັກງານຫຼັກແຫຼ່ງ ພ້ອມດ້ວຍບັນດາເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມ.

ທ່ານ ພັອ ກົງຈັນ ໄຊປັນຍາ ໄດ້ຂື້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການວິທະຍາສາດແກ້ໄຂ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ ຢູ່ພາຍໃນແຂວງ ບໍລິຄໍາໄຊ ໃນ 01 ປີຜ່ານມາ, ໂດຍໄດ້ຍົກໃຫ້ເຫັນສະພາບ, ຈຸດພິເສດຂອງແຂວງ ບໍລິຄໍາໄຊ ເຮັດໃຫ້ບັນດາກຸ່ມຄົນບໍ່ດີຈໍານວນໜຶ່ງສວຍໃຊ້ຈຸດພິເສດລັກລອບ-ເຄື່ອນໄຫວຄ້າ-ຂາຍ, ຂົນສົ່ງ, ມົ້ວສຸມຢາເສບຕິດ, ມີລັກສະນະເພີ່ມຂື້ນ, ການພົວພັນຢາເສບຕິດມີທັງຄົນລາວ ແລະ ຄົນຕ່າງປະເທດ ມີການເຄື່ອນໄຫວລັກສະນະຂ້າມຊາດ ແລະ ນໍາໃຊ້ພາຫະນະເຕັກນິກທີ່ທັນສະໄໝເຂົ້າໃນການຂົນສົ່ງຢ່າງເລິກແລບແນບນຽນທີ່ສຸດ, ມີການດໍາເນີນການເຄື່ອນໄຫວຄ້າ-ຂາຍ ຂົນສົ່ງແບບມີການຈັດຕັ້ງ, ເຊີ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ແລະ ເປັນໄພອັນຕະລາຍໃນສັງຄົມເຊັ່ນ: ການກໍ່ອາດຊະຍາກໍາ, ການປຸ້ນຈີ້ຊີງຊັບ, ການລັກຊັບ, ງັດແງະ ແລະ ອື່ນໆ.

ໂຄງການວິທະຍາສາດແກ້ໄຂ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ ແມ່ນໄດ້ຈັດຕັ້ງປະຕິບັດ 05 ຂັ້ນຕອນ ເຊັ່ນ: ຂັ້ນຕອນຂື້ນສະຖິຕິເປົ້າໝາຍຜູ້ເສບ, ຜູ້ຄ້າ-ຂາຍຢາເສບຕິດໃນແຕ່ລະເມືອງ, ຂັ້ນຕອນໂຄສະນາ-ສຶກສາອົບຮົມ, ຂັ້ນຕອນປະຕິບັດວຽກງານຕົວຈິງຂອງບັນດາເມືອງ, ຂັ້ນຕອນຕິດຕາມປະເມີນຜົນໃນການຈັດຕັ້ງປະຕິບັດໂຄງການຂອງບັນດາແຕ່ລະເມືອງ ແລະ ຂັ້ນຕອນສະຫຼຸບຖອດຖອນບົດຮຽນ.

ຜ່ານການປະຕິບັດໂຄງການດັ່ງກ່າວໃນໄລຍະຜ່ານມາ ສາມາດຂື້ນສະຖິຕິ, ບັນຊີເປົ້າໝາຍພົວພັນກັບບັນຫາຢາເສບຕິດຢູ່ພາຍໃນແຂວງທັງໝົດມີຈໍານວນ 5,843 ຄົນ, ຍິງ 125 ຄົນ, ໃນນີ້ເປົ້າໝາຍເສບມີຈໍານວນ 5,234 ຄົນ, ຍິງ 99 ຄົນ, ເປົ້າໝາຍຄ້າ-ຂາຍມີຈໍານວນ 609 ຄົນ, ຍິງ 26 ຄົນ.

ໄດ້ລົງໂຄສະນາສຶກສາອົບຮົມ, ເຜີຍແຜ່ບັນດາປະມວນກົດໝາຍອາຍາ, ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດໃຫ້ບັນດານັກຮຽນ ແລະ ບັນດາບ້ານເປົ້າໝາຍຢູ່ພາຍໃນແຂວງທັງໝົດ 63 ແຫ່ງ, ມີນັກຮຽນ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 30,631 ຄົນ, ຍິງ 9,222 ຄົນ, ການຈັດຕັ້ງປະຕິບັດໂຄງການວິທະຍາສາດແກ້ໄຂ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດ ພາຍໃນ 07 ເມືອງ ສາມາດປະຕິບັດໄດ້ 06 ເມືອງ ປະຕິບັດສໍາເລັດ 92 ບ້ານ, ເປົ້າໝາຍເຂົ້າຮ່ວມທັງໝົດ 3,340 ຄົນ, ຍິງ 108 ຄົນ, ເປົ້າໝາຍຄ້າ-ຂາຍ 387 ຄົນ, ຍິງ 62 ຄົນ, ເປົ້າໝາຍເສບຢາເສບຕິດມີ 2,962 ຄົນ, ຍິງ 46 ຄົນ ແລະ ໄດ້ເຂົ້າຮ່ວມປີ່ນປົ່ວຢູ່ສຸກສາລາຈາກໂຄງການ K32( UNODC ) ແລະ ຈໍານວນໜຶ່ງແມ່ນຝາກບໍາບັດຢູ່ສູນດັດສ້າງໜອງດົງ.

ທີ່ປະຊຸມ ບັນດາທ່ານເຈົ້າເມືອງ, ພະແນກການຕ່າງໆອ້ອມຂ້າງແຂວງ ກໍ່ໄດ້ປະກອບຄໍາຄິດເຫັນ ຕໍ່ບົດສະຫຼຸບ ແລະ ພະແນກສາທາລະນະສຸກແຂວງ ຍັງໄດ້ຂື້ນອະທີບາຍການຈັດຕັ້ງປະຕິບັດການປີ່ນປົ່ວ, ການນໍາໃຊ້ຢາ ແລະ ການປຸກລະດົມບັນດາຜູ້ຖຶກເຄາະຮ້າຍ, ມີຄວາມສະມັກໃຈເຂົ້າປີ່ນປົ່ວ ຂັ້ນຕອນຕ່າງໆ ຕາມຫຼັກສູດວິທະຍາສາດ.

About admin11