ສະຫຼຸບການເຄື່ອນໄຫວວຽກງານ ການບັງຄັບໃຊ້ລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຂັ້ນແຂວງ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຂອງຄະນະກຳມະການຕິດຕາມການຈັດຕັ້ງປະຕິບັດການບັງຄັບໃຊ້ລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບຂັ້ນແຂວງ ປະຈຳປີ 2019 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 20 ສິງຫາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ.

ໂດຍປະຕິບັດຕາມແຜນການເຄື່ອນໄຫວໃນໄລຍະຜ່ານມາ ແມ່ນໄດ້ມີການເຄື່ອນໄຫວວຽກງານຄຸ້ມຄອງເງິນຕາ ຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບ ດ້ວຍຫຼາຍຮູບແບບ ໂດຍສະເພາະແມ່ນການຈັດກອງປະຊຸມເຜີຍແຜ່ກົດຫມາຍ ແລະ ລະບຽບການຕ່າງໆກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບ, ໃນປີ 2019 ແມ່ນເນັ້ນການສ້າງກິດຈະກໍາເຜີຍແຜ່ສົ່ງເສີມການນໍາໃຊ້ເງິນກີບຢູ່ສະຖາບັນການສຶກສາຕ່າງໆ ເປັນຕົ້ນແມ່ນ ລົງເຜີຍແຜ່ ແລະ ຈັດກິດຈະກໍາ ຢູ່ໂຮງຮຽນ ມສ ປາກຊັນ ແຂວງບໍລິຄໍາໄຊ, ຕິດຕາມ ກວດກາ ການນໍາເງິນສົດ ແລະ ວັດຖຸມີຄ່າ ເຂົ້າ-ອອກ ສປປ ລາວ, ການເຄື່ອນໄຫວເຮັດທຸລະກໍາແລກປ່ຽນເງິນຕາ ແລະ ການຊໍາລະສະສາງ ຢູ່ຕາມຈຸດດ່ານຕ່າງໆ ແລະ ບ້ານລຽບຕາມແຄມແມ່ນ້ຳຂອງ, ປະສານສົມທົບກັບເຈົ້າຫນ້າທີ່ຕໍາຫຼວດເສດຖະກິດ ໃນການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ, ສົມທົບກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ-ເມືອງ ເພື່ອຕິດຕາມສະພາບການຕິດລາຄາສິນຄ້າ, ການແລກປ່ຽນເງິນຕາຊະຊາຍ, ການຕິດປະກາດລາຄາ, ເອິ້ນລາຄາສິນຄ້າເປັນເງິນຕາຕ່າງປະເທດ ຢູ່ຕະຫຼາດຫຼັກປາກຊັນ, ຕະຫຼາດປາກກະດິງ ແລະ ເມືອງຄໍາເກີດ, ສົມທົບກັບ ສາຂາທະນາຄານທຸລະກິດ ແລະ ຫນ່ວຍບໍລິການ ທີ່ຕັ້ງຢູ່ແຂວງບໍລິຄໍາໄຊ ໃນການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນໍາໃຊ້ເງິນກີບ ແລະ ການຊໍາລະສະສາງຕ່າງໆ, ຊຸກຍູ້ ສົ່ງເສີມລະບົບການຊໍາລະໂດຍບໍ່ໃຊ້ເງິນສົດ ໂດຍການເປີດບັນຊີໃຫ້ກັບພະນັກງານລັດຖະກອນ, ພະນັກງານ ບໍານານ ແລະ ພະນັກງານບໍລິສັດເອກະຊົນ ຢ່າງທົ່ວເຖິງ, ຕິດຕາມ ກວດກາຮ້ານແລກປ່ຽນເງິນຕາ ປະຈໍາປີ, ໄດ້ຕໍ່ໃບອະນຸຍາດຮ້ານແລກປ່ຽນເງິນຕາປະຈໍາປີ 2019 ຈໍານວນ 9 ຮ້ານ ຄື: ເມືອງປາກກະດິງ ຈໍານວນ 02 ຮ້ານ, ເມືອງປາກຊັນ ຈໍານວນ 03 ຮ້ານ, ເມືອງຄໍາເກີດ ຈໍານວນ 04 ຮ້ານ.

ສຳລັບທິດທາງແຜນການໃນຕໍ່ໜ້າ ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ລົງຕິດຕາມກວດກາບັນດາຫ້າງຮ້ານ ທີ່ຍັງຕິດລາຄາສິນຄ້າ, ເອີ້ນລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນຕາຕ່າງປະເທດ, ໃຫ້ຕໍາຫຼວດເສດຖະກິດ ລົງຕິດຕາມກວດກາ ແລະ ປະຕິບັດລະບຽບມາດຕາຂອງກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການອື່ນໆ ທີ່ວາງອອກໃນແຕ່ລະໄລຍະ ຕໍ່ຜູ້ທີ່ລະເມີດ ແລະ ເຄື່ອນໄຫວບໍ່ຖືກຕ້ອງ, ບໍ່ສອດຄ່ອງກັບກົດຫມາຍ ແລະ ລະບຽບການດັ່ງກ່າວ, ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ-ເມືອງ ລົງເຜີຍແຜ່ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ສະຖາບັນການສຶກສາ ພ້ອມທັງສ້າງກິດຈະກໍາສົ່ງເສີມການນໍາໃຊ້ເງິນກີບໃຫ້ແກ່ຄູ-ອາຈານ, ນັກຮຽນນັກສຶກສາ, ມອບໃຫ້ຄະນະກໍາມະການ ແລະ ອະນຸກໍາມະການ ເຜີຍແຜ່ວຽກງານຄຸ້ມຄອງເງິນຕາຕ່າງປະເທດ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ໃນຂອບເຂດຮັບຜິດຊອບຂອງຕົນ ຢ່າງຕໍ່ເນື່ອງ ແລະ ສືບຕໍ່ສົມທົບພາກສ່ວນທີ່ກ່ຽວຂ້ອງ ທີ່ມີໜ້າທີ່ຄົ້ນຄວ້າການປະຕິບັດນະໂຍບາຍການນໍາເຂົ້າສິນຄ້າ ຕ້ອງແຈ້ງທຶນທີ່ຈະຊໍາລະເປັນເງິນຕາຕ່າງປະເທດຜ່ານລະບົບທະນາຄານ. ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳເຫັນ ເພື່ອຈະໄດ້ພ້ອມກັນແກ້ໄຂບັນຫາທີ່ຍັງຄົງຄ້າງ ໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

About admins16