ສະຫຼຸບການເຄື່ອນໄຫວວຽກງານຄຸ້ມຄອງກຸ່ມທ້ອນໂຮມຊື້ – ຂາຍຢາງພາລາ ປະຈໍາປີ 2021 ເມືອງທ່າພະບາດ

ກອງປະຊຸມ ວຽກງານກຸ່ມທ້ອນຮົມ ຊື້ – ຂາຍຢາງພາລາ ໄດ້ໄຂຂຶ້ນຕອນເຊົ້າ ວັນທີ່ 22 ກຸມພາ ນີ້ຢູ່ທີ່ຫ້ອງປະຊຸມປົກຄອງເມືອງ ທ່າພະບາດ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ແລະ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ບໍລິຄໍາໄຊ, ມີພະແນກການຂັ້ນແຂວງ, ເມືອງ, ປະທານສະມາຄົມການຄ້າແຂວງບໍລິຄໍາໄຊ, ຕ່າງໜ້າໂຮງງານຢາງພາລາ, ຫົວໜ້າກຸ່ມຊື້ – ຂາຍ ແລະ ເຈົ້າຂອງລານທ້ອນໂຮມຢາງພາລາພາຍໃນເມືອງເຂົ້າຮ່ວມ.

ທີ່ປະຊຸມທ່ານ ນ ບຸດດາ ພຸດທະທໍາມະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຄຸ້ມຄອງກຸ່ມທ້ອນໂຮມຊື້ – ຂາຍຢາງພາລາພາຍໃນ ເມືອງ ທ່າພະບາດ ປະຈໍາປີ 2021 ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບແຈ້ງການ ສະບັບເລກທີ 601/ຫວບ.ບຊ ລົງວັນທີ 14 ພຶດສະພາ 2021 ວ່າດ້ວຍການຄຸ້ມຄອງ, ທ້ອນໂຮມຊື້ຂາຍ ຢາງພາລາໃນແຂວງ ບໍລິຄໍາໄຊ ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ ໃນການຄຸ້ມຄອງ, ຕິດຕາມ,​ກວດກາ ກຸ່ມທ້ອນໂຮມຊື້-ຂາຍຢາງພາລາ ໄດ້ປະສານກັບຂະແໜງການທີ່ກ່ຽວຂ້ອງຂອງເມືອງ ລົງເກັບກໍາຂໍ້ມູນການປູກຢາງພາລາພາຍໃນ 26 ບ້ານໃນເມືອງ ເຊິ່ງມີເນື້້ອທີ່ປູກຢາງພາລາມີທັງໝົດ 3.549,45 ເຮັກຕ່າ ໃນນັ້ນເນື້ອທີ່ສວນທີ່ຂີດແລ້ວ 2.938,14 ເຮັກຕ່າ, ມີ 11 ລານທ້ອນໂຮມຂາຍຢາງຂຶ້ນກັບກຸ່ມທ້ອນໂຮມຢາງພາລາ 2 ກຸ່ມ (ກຸ່ມບ້ານ ເວີນທາດ ແລະ ກຸ່ມບ້ານ ທວາຍ) ສາມາດຂາຍຢາງພາລາໄດ້ 5.272 ໂຕ່ນ ມີມູນຄ່າ 47.448.000.000 ກີບ ສາມາດຖອກພັນທະເຂົ້າງົບປະມານໄດ້ 39.300.000 ກີບ, ພາຍໃນເມືອງ ມີໂຮງງານຜະລິດອັດແທ່ງຈໍານວນ 2 ໂຮງງານ ສາມາດສົ່ງຢາງພາລາອັດແທ່ງໄດ້ 34.777,94 ໂຕ່ນ ມູນຄ່າ 38.348.698,23 ໂດລ່າ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າແລກປ່ຽນຄໍາຄິດເຫັນຫຼາຍບັນຫາເປັນຕົ້ນແມ່ນ ບັນຫາຄວາມຜິດດ່ຽງດ້ານລາຄາຂອງການຊື້-ຂາຍແຕ່ລະລານ ໃຫ້ມີຄວາມເປັນເອກະພາບ ມີຄວາມສະຫງົບ, ມີຄວາມສາມັກຄີລະຫວ່າງບຸກຄົນພາຍໃນກຸ່ມ.

About admin11