ສະຫຼຸບການວຽກງານສາທາລະນະສຸກ ເມືອງຄຳເກີດ ປະຈຳປີ 2021

ໃນວັນທີ 3 ກຸມພາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງຄໍາເກີດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກເມືອງປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂຶ້ນ, ເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ປັນຍານຸວົງ  ຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ, ທ່ານ ຜາສຸກ ຈຸມມາລາວົງ ຮອງເຈົ້າເມືອງຄຳເກີດ, ມີຄະນະຫ້ອງການ ແລະ ບັນດາພະນັກງານແພດໝໍເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ທ່ານ ດຣ ອຳພອນ ພົມມະສານ ຫົວໜ້າຫ້ອງການສາທາລະນະສຸກເມືອງ ໄດ້ລາຍງານວ່າ:  1 ປີຜ່ານມາເມືອງຄຳເກີດມີ 8 ກຸຸ່ມບ້ານ, ມີ 62 ບ້ານ, ມີ 12,370 ຄອບຄົວ, ມີປະຊາກອນທັງໝົດ: 79,810 ຄົນ, ຍິງ 39,166 ຄົນ, ເດັກເກີດ 1,814 ຄົນ, ເດັກລຸຸ່ມ 1 ປີ 1,779 ຄົນ, ເດັກ 1-4 ປີ 7,058 ຄົນ, ເດັກລຸຸ່ມ 5 ປີ 8,788 ຄົນ, ແມ່ຍິງ 15-45 ປີ 21,978 ຄົນ, ແມ່ຍິງຈະເລີນພັນ 15-49 ປີ 24,824 ຄົນ, ແມ່ຍິງຈະເລີນພັນ 15-49 ປີທີ່ແຕ່ງງານ 15,885 ຄົນ ແລະ ພະນັກງານສາທາລະນະສຸກທັງໝົດ 152 ຄົນ, ຍິງ 100 ຄົນ, ຫ້ອງການສາທາມີ 4 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານປະກັນສຸຂະພາບ,  ໜ່ວຍງານອານາໄມ ແລະ ສົ່ງເສີມສຸຂະພາບ, ໜ່ວຍງານອາຫານ ແລະ ຢາ, ໂຮງໝໍຊຸມຊົນມີ 1 ແຫ່ງ, ໂຮງໝໍນ້ອຍ 10 ແຫ່ງ ໃນນັ້ນ ໂຮງໝໍນ້ອຍ ໜອງອໍ້, ໂຮງໝໍນ້ອຍ ທົ່ງແສນ, ໂຮງໝໍນ້ອຍ ວັງກໍ່, ໂຮງໝໍນ້ອຍ ຊຳເຕີຍ, ໂຮງໝໍນ້ອຍ ໂພນທອງ, ໂຮງໝໍນ້ອຍ ຄຳມ່ວນ, ໂຮງໝໍນ້ອຍ ໂພນຕານ, ໂຮງໝໍນ້ອຍ ໜອງກອກ, ໂຮງໝໍນອຍ ໜອງຊົງ, ໂຮງໝໍນ້ອຍ ແກ້ວແສນຄຳ, ຜ່ານກາຈັດຕັ້ງປະຕິບັດ ການຄວບຄູມພະຍາດ ໂຄວິດ 19 ຄົນທີ່ເດີນທາງເຂົ້າມາຈາກຕ່າງເມືອງ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າກັກໂຕ 7.679 ຄົນ, ຍິງ 2.170 ຄົນ, ສັກຢາປ້ອງກັນພະຍາດ COVID-19 Shinopharm ເຂັມທີໜຶ່ງ ແລະ ເຂັມທີ ສອງ ລວມທັງໝົດ: 43.806 ໂດສ໌. Johnsone and Johnsone ສັກໄດ້ 8.725 ໂດສ໌,  Astrazeneca  ເຂັມ1ເຂັມ 2 ແລະ ເຂັມ 3 ລວມ ທັງໝົດ: 74.228 ໂດສ໌, ສັກຄົບ 1 ເຂັມ 41.093 ໂດສ໌ 56.8%, ສັກຄົບ 2 ເຂັມ 33.135 ໂດສ໌ 45.86%, ນອກຈາກນັ້ນວຽກງານຫຼາຍໆດ້ານ ກໍ່ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ພ້ອມວາງທິດທາງແຜນການຕໍ່ໜ້າຈະສູ້ຊົນໃຫ້ວຽກງານສາທາລະນະສຸກເມືອງຄຳເກີດ ໄດ້ຮັບການພັດທະນາຂື້ນເປັນກ້າວກ້າວ.

ຕອນທ້າຍກອງປະຊຸມທານ ຫົວໜ້າພະແນກສາທາລະນະສຸກ ຍັງໄດ້ໂອ້ລົມ ແລະ ຊີ້ນຳມາຍັງບັນດາພະນັກງານສາທາລະນະສຸກເມືອງ, ໂຮງໝໍຊູມຊົນ, ໂຮງໝໍນ້ອຍ ໃຫ້ເປັນເຈົ້າການໃນການປີ່ນປົວຄົນເຈັບ, ຕິດຕາມ-ກວດກາ ການເຝົ້າລະວັງການແຜ່ລະບາດຂອງພະຍາດ ໂຄວິດ 19 ໃຫ້ມີປະສິດທິຜົນສູງ, ຫຼັງຈາກນັ້ນ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບັນດາພະນັກງານທີ່ມີຜົນງານດີເດັ່ນ.

About admin11